logo

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ NATO ໂຮມ​ປະ​ຊຸມ​ປຶກ​ສາ​ຫາ​ລື​ເປົ້າ​ໝາຍ​ໃຊ້​ຈ່າຍ​ດ້ານ​ປ້ອງ​ກັນ​ຊາດ ແລະ ໜູນ​ຊ່ວຍ ຢູ​ແກຼນ

2025/10/15 | 09:17:31
(VOVWORLD) - ນີ້ແມ່ນກອງປະຊຸມຂັ້ນສູງຄັ້ງທຳອິດຂອງສຳພັນທະມິດ ນັບແຕ່ພາຍຫຼັງກອງປະຊຸມສຸດຍອດ NATO ດຳເນີນຢູ່ ລາໄຮ, ໂຮນລັງ ເມື່ອເດືອນ ມິຖຸນາ 2025, ສ້າງຂີດໝາຍຜັນຂະຫຍາຍຂັ້ນຕອນຕໍ່ໄປໃນໂຄງການດຳເນີນງານຍຸດທະສາດຂອງກຸ່ມ.

ວັນທີ 15 ຕຸລາ, ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດສະມາຊິກອົງການສົນທິສັນຍາ ອັດລັງຕິກເໜືອ (NATO) ໄຂຂຶ້ນຢູ່ ບຣຸກແຊນ (ແບນຊິກ). ນີ້ແມ່ນກອງປະຊຸມຂັ້ນສູງຄັ້ງທຳອິດຂອງສຳພັນທະມິດ ນັບແຕ່ພາຍຫຼັງກອງປະຊຸມສຸດຍອດ NATO ດຳເນີນຢູ່ ລາໄຮ, ໂຮນລັງ ເມື່ອເດືອນ ມິຖຸນາ 2025, ສ້າງຂີດໝາຍຜັນຂະຫຍາຍຂັ້ນຕອນຕໍ່ໄປໃນໂຄງການດຳເນີນງານຍຸດທະສາດຂອງກຸ່ມ.

        ກອງປະຊຸມຄັ້ງນີ້ ເຕົ້າໂຮມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດສະມາຊິກ ພ້ອມດ້ວຍທ່ານ Pete Hegseth, ລັດຖະມົນຕີສົງຄາມ ອາເມລິກາ, ຊຶ່ງສຸມໃສ່ແລກປ່ຽນກ່ຽວກັບສາມເນື້ອໃນຫຼັກ: ລະດັບການໃຊ້ຈ່າຍດ້ານປ້ອງກັນຊາດຮອດປີ 2035, ນະໂຍບາຍໜູນຊ່ວຍດ້ານການທະຫານໃຫ້ແກ່ ຢູແກຼນ ແລະ ຍົກສູງກຳລັງຄວາມສາມາດປ້ອງກັນອາກາດລວມຂອງພັນທະມິດ.

        ຂໍ້ສະເໜີຍົກລະດັບການໃຊ້ຈ່າຍດ້ານປ້ອງກັນຊາດຂຶ້ນ 5% GDP ໃນປີ 2035 ໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາຫົວຂໍ້ຈຸດສຸມຂອງກອງປະຊຸມ. ສ່ວນໃຫຍ່ບັນດາປະເທດສະມາຊິກໄດ້ສະແດງການສະໜັບສະໜູນຕໍ່ເປົ້າໝາຍນີ້, ແຕ່ ແອັດສະປາຍ ໄດ້ຮັບຖືວ່າ ບໍ່ເຂົ້າຮ່ວມຄຳໝັ້ນສັນຍາ.


TAG
VOV/VOVworld/NATO/​ປ້ອ​ງ​ກັນ​ປະ​ເທດ​

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ