logo

ລັດຖະມົນຕີກະຊວງອຸດສາຫະກຳ-ການຄ້າຫວຽດນາມ ຈະມີການສົນທະນາໂດຍກົງກັບຊາວກະສິກອນໃນໄວໆນີ້

2025/9/29 | 08:36:15
(VOVWORLD) - ວັນທີ 1 ຕຸລາ, ຢູ່ນະຄອນຫຼວງຮ່າໂນ້ຍ, ຈະມີເວທີປາໄສລັດຖະມົນຕີກະຊວງອຸດສາຫະກຳ-ການຄ້າ ແລະ ປະທານສະມາຄົມຊາວກະສິກອນຫວຽດນາມ - ຮັບຟັງຄຳຄິດເຫັນຊາວກະສິກອນ ດ້ວຍຫົວຂໍ້ ‘‘ເຊື່ອມຕໍ່ທ້ອງຕະຫຼາດ-ສ້າງເຄື່ອງໝາຍການຄ້າ-ຊຸກຍູ້ການຈຳໜ່າຍຜະລິດຕະພັນກະເສດ, ປະກອບສ່ວນເຂົ້າໃນການເຕີບໂຕ 2 ຕົວເລກ”.
(ພາບປະກອບ:  TTXVN)

 ເຫດການນອນຢູ່ໃນບັນດາໂຄງການເອກອ້າງທະນົງໃຈຊາວກະສິກອນຫວຽດນາມ 2025, ມຸ່ງໄປສູ່ພິທີສະເຫຼີມສະຫຼອງວັນສ້າງຕັ້ງສະມາຄົມຊາວກະສິກອນຫວຽດນາມ ຄົບຮອບ 95 ປີ (1930-2025).

ຕາມກະຊວງອຸດສາຫະກຳ-ການຄ້າແລ້ວ, ເປັນປະທານຮ່ວມໃນຄັ້ງນີ້ແມ່ນ ທ່ານ ຫງວຽນ ຫົ່ງ ຢຽນ, ລັດຖະມົນຕີກະຊວງອຸດສາຫະກຳ-ການຄ້າ ແລະ ທ່ານ ເລືອງ ກວັກ ດວ່ານ, ຮອງປະທານຄະນະກຳມະການສູນກາງ ແນວໂຮມປະເທດຊາດຫວຽດນາມ, ປະທານສະມາຄົມຊາວກະສິອນຫວຽດນາມ.

ກ່ອນຈຸດເວລາດຳເນີນເວທີປາໄສ, ຄະນະຈັດຕັ້ງໄດ້ປະຕິບັດການຮັບເອົາຄຳຄິດເຫັນຢ່າງກວ້າງຂວາງຈາກຊາວກະສິກອນ, ຮ່ວມມືກັບຕາແສງ, ຊ່ຽວຊານ ແລະ ວິສາຫະກິດ. ບັນດາກຸ່ມບັນຫາທີ່ໄດ້ຮັບຄວາມສົນໃຈຫຼາຍທີ່ສຸດແມ່ນປະກອບມີ ການຫັນຜະລິດຕະພັນກະເສດໃນລະບົບສະໜອງເປັນການຄ້າ; ພັດທະນາເຄື່ອງໝາຍການຄ້າຜະລິດຕະພັນກະເສດທ້ອງຖິ່ນ; ເຊື່ອມຕໍ່ການຄ້າດິຈິຕອນ; ການກຳນົດທິດຍຸດທະສາດຂອງ ກະຊວງອຸດສາຫະກຳ-ການຄ້າ ກ່ຽວກັບ ທ້ອງຕະຫຼາດພາຍໃນ ແລະ ການສົ່ງອອກຜະລິດຕະພັນກະເສດ.

TAG
VOV/VOVworld/ຊາວກະສິກອນ/ກະຊວງອຸດສາຫະກຳ-ການຄ້າ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ