logo

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ລັດ​ເຊຍ-ອາ​ເມ​ລິ​ກາ ໄດ້​​ໂອ້​ລົມ​ທາງ​ໂທ​ລະ​ສັບກະ​ກຽມໃຫ້​ແກ່ກອງ​ປະ​ຊຸມ​ສຸດຍອດ​ຢູ່ Hungary

2025/10/21 | 07:26:10
(VOVWORLD) - ທ່ານ Dmitry Peskov ໂຄສົກວັງ Dmitry Peskov ຢືນຢັນວ່າ ຫຼັກໝັ້ນຂອງ ມົດສະກູ ກ່ຽວກັບບັນຫາ ຢູແກຼນ ແມ່ນ “ສະເໝີຕົ້ນສະເໝີປາຍ ແລະ ໄດ້ເປັນທີ່ຮູ້ຈັກຢ່າງກວ້າງຂວາງ”.

(ພາບ: Reuters)

   ກະຊວງການຕ່າງປະເທດ ລັດເຊຍ ໃຫ້ຮູ້ວ່າ: ວັນທີ 20 ຕຸລາ, ທ່ານ Sergey Lavrov ລັດຖະມົນຕີການຕ່າງປະເທດ ລັດເຊຍ ແລະ ຄູ່ຕຳແໜ່ງ ອາເມລິກາ ທ່ານ Marco Rubio ໄດ້ໂອ້ລົມທາງໂທລະສັບ ປຶກສາຫາລືບັນດາບາດກ້າວເດີນລະອຽດເພື່ອຜັນຂະຫຍາຍບັນດາຄວາມຄວາມເຂົ້າໃຈທີ່ບັນລຸໄດ້ໃນການໂອ້ລົມທາງໂທລະສັບລະຫວ່າງທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ແລະ ທ່ານ  Donald Trump ປະທານາທິບໍດີ ອາເມລິກາ ເມື່ອວັນທີ 16 ຕຸລາ. ການປຶກສາຫາລືສຸມໃສ່ວຽກງານກະກຽມໃຫ້ແກ່ກອງປະຊຸມສຸດຍອດ ລັດເຊຍ-ອາເມລິກາ ຊື່ງຄາດວ່າຈະຈັດຂຶ້ນຢູ່ Budapest- Hungary ໃນເດືອນນີ້ ດ້ວຍໜຶ່ງໃນບັນດາຈຸດສຸມແມ່ນປຶກສາຫາລືກ່ຽວກັບຄວາມສາມາດບັນລຸໄດ້ມາດຕະການສັນຕິພາບໃຫ້ແກ່ການປະທະກັນຢູ່ ຢູແກຼນ ແລະ ບັນດາມາດຕະການປັບປຸງການພົວພັນສອງຝ່າຍ.

  ໃນວັນດຽວກັນ, ທ່ານ Dmitry Peskov ໂຄສົກວັງ Dmitry Peskov ຢືນຢັນວ່າ ຫຼັກໝັ້ນຂອງ ມົດສະກູ ກ່ຽວກັບບັນຫາ ຢູແກຼນ ແມ່ນ “ສະເໝີຕົ້ນສະເໝີປາຍ ແລະ ໄດ້ເປັນທີ່ຮູ້ຈັກຢ່າງກວ້າງຂວາງ”, ທ່ານກໍ່ເນັ້ນໜັກວ່າ: ລັດເຊຍ ຍັງຮັກສາທັດສະນະຮັກສາສະພາບເດີມຢູ່ສະໜົມຮົບ ຄືດັ່ງເງື່ອນໄຂເພື່ອກ້າວໄປເຖິງການເຈລະຈາລະອຽດກ່ຽວກັບຂໍ້ຕົກລົງສັນຕິພາບ.

TAG
VOV/VOVworld/ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ລັດ​ເຊຍ-ອາ​ເມ​ລິ​ກາ ໄດ້​​ໂອ້​ລົມ​ທາງ​ໂທ​ລະ​ສັບກະ​ກຽມໃຫ້​ແກ່ກອງ​ປະ​ຊຸມ​ສຸດຍອດ​ຢູ່ Hungary/ທ່ານ Sergey Lavrov/ທ່ານ Marco Rubio

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ