logo

ລັດຖະມົນຕີການຕ່າງປະເທດ ອິດສະຣາແອັນ ຮຽກຮ້ອງໃຫ້ຊາວ ຢິວ ອາໄສຢູ່ຕ່າງປະເທດກັບເມືອປະເທດດຳລົງຊີວິດ

2025/12/22 | 10:53:27
(VOVWORLD) - ຄຳຮຽກຮ້ອງຂອງທ່ານ Gideon Sa’ar, ໄດ້ຍົກອອກມາໃນສະພາບທີ່ກະແສລົບລ້າງຊາວ ຢິວ ແລະ ຈິດຕະຄຽດສັ່ງຊາວ ອິດສະຣາແອັນ ມີສັນຍານເພີ່ມຂຶ້ນໃນທົ່ວໂລກ

ກ່າວຄຳເຫັນທີ່ງານບຸນແສງສະຫວ່າງ Hanukkah ຂອງຊາວ ຢິວ ຢູ່ Rishon Lezion ໃນຕອນຄ່ຳວັນທີ 21 ທັນວາ, ທ່ານ Gideon Sa’ar, ລັດຖະມົນຕີການຕ່າງປະເທດ ອິດສະຣາແອັນ ກ່າວເຕືອນວ່າ ປະຊາຄົມຊາວ ຢິວ ໃນທົ່ວໂລກພວມຖືກອັນຕະລາຍ. ທ່ານຮຽກຮ້ອງໃຫ້ຊາວ ຢິວ ທີ່ພວມດຳລົງຊີວິດຢູ່ບັນດາປະເທດ ອັງກິດ, ຝລັ່ງ, ອົດສະຕາລີ, ການາດາ, ແບນຊິກ ກັບເມືອ ອິດສະຣາແອັນ ເພື່ອດຳລົງຊີວິດ, ລຽງສອນລູກ ແລະ ສ້າງສາປະເທດຊາດ.

ຄຳຮຽກຮ້ອງຂອງທ່ານ Gideon Sa’ar, ໄດ້ຍົກອອກມາໃນສະພາບທີ່ກະແສລົບລ້າງຊາວ ຢິວ ແລະ ຈິດຕະຄຽດສັ່ງຊາວ ອິດສະຣາແອັນ ມີສັນຍານເພີ່ມຂຶ້ນໃນທົ່ວໂລກ, ໂດຍສະເພາະແມ່ນພາຍຫຼັງການເກີດສົງຄາມຢູ່ເຂດ ກາຊາ ໃນເດືອນ ຕຸລາ 2023 ເຮັດໃຫ້ຊາວ ປາແລັດສະຕິນ ນັບໝື່ນຄົນເສຍຊີວິດ.

TAG
VOV/VOVworld/ກະ​ແສ/ລົບ​ລ້າງ​/​ສັນ​ຍານ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ