logo

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ໄທ ເດີນ​ທາງ​ໄປ​ຍັງ ມາ​ເລ​ເຊຍ ເພື່​ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ຫາ​ຊາຍ​ແດນ ໄທ - ກຳ​ປູ​ເຈຍ

2025/10/12 | 13:42:46
(VOVWORLD) - ທະຫານເຂດ 2 ຂອງ ໄທ ແລະ ທະຫານເຂດ 4 ຂອງ ກຳປູເຈຍ ຫາກໍ່ບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບການຈັດວາລະປະຊຸມພິເສດ ຄະນະກຳມະການຊາຍແດນພາກພື້ນ (RBC) ແຕ່ວັນທີ 15 – 17 ຕຸລາ. 
ທ່ານນາຍົກລັດຖະມົນຕີ ໄທ  ອະນຸທິນ ຊານວິຣະກຸນ  (ພາບເອກະສານ: REUTERS/Chalinee Thirasupa)

ວັນທີ 11 ຕຸລາ, ທ່ານນາຍົກລັດຖະມົນຕີ ໄທ ອະນຸທິນ ຊານວິຣະກຸນ ໃຫ້ຮູ້ວ່າ ທ່ານລັດຖະມົນຕີການຕ່າງປະເທດ ໄທ ສີຫະສັກ ພວງເກດແກ້ວ ໄດ້ເດີນທາງໄປຍັງ ມາເລເຊຍ ໃນວັນທີ 12 ຕຸລາ ເພື່ອປຶກສາຫາລືກ່ຽວກັບບັນຫາຫຼຸດຜ່ອນຄວາມເຄັ່ງຕຶງຢູ່ເຂດຊາຍແດນ ໄທ - ກຳປູເຈຍ. ເມື່ອຕອບສຳພາດຕໍ່ນັກຂ່າວໃນວັນທີ 11 ຕຸລາ, ທ່ານນາຍົກລັດຖະມົນຕີ ໄທ ເນັ້ນໜັກວ່າ, ໄທ ຊົມເຊີຍບັນດາຄວາມມານະພະຍາຍາມຂອງ ມາເລເຊຍ ໃນບົດບາດເປັນກາງໄກ່ເກ່ຍ ແລະ ຊຸກຍູ້ສັນຕິພາບ.

ໃນການຜັນແປທີ່ກ່ຽວຂ້ອງ, ທະຫານເຂດ 2 ຂອງ ໄທ ແລະ ທະຫານເຂດ 4 ຂອງ ກຳປູເຈຍ ຫາກໍ່ບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບການຈັດວາລະປະຊຸມພິເສດ ຄະນະກຳມະການຊາຍແດນພາກພື້ນ (RBC) ແຕ່ວັນທີ 15 – 17 ຕຸລາ. ຄາດວ່າ ເນື້ອໃນກອງປະຊຸມ ຈະສຸມໃສ່ປຶກສາຫລືກ່ຽວກັບບັນຫາພິຈາລະນາ ດັດປັບທີ່ຕັ້ງຜັນຂະຫຍາຍອາວຸດປະເພດໜັກ ພາຍໃຕ້ການຕິດຕາມກວດກາ ແລະ ຢັ້ງຢືນຂອງກຸ່ມປະສານງານລວມ ແລະ ເພີ່ມທະວີການຮ່ວມມືໃນບັນຫາເກັບກູ້ລະເບີດມະນຸດສະທຳ.

ນັກຂ່າວ VOV ປະຈຳ ໄທ

TAG
VOV/VOVworld/ນາຍົກລັດຖະມົນຕີ ໄທ/ຊາ​ຍ​ແດນ ໄທ - ກຳ​ປູ​ເຈຍ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ