logo

ລັດຖະສະພາ ເອີລົບ ຮັບຮອງເອົາໂຄງການລົງທຶນດ້ານປ້ອງກັນຊາດມີມູນຄ່າ 1,7 ຕື້ USD

2025/11/26 | 09:34:38
(VOVWORLD) - ໂຄງການເພື່ອເພີ່ມທະວີກຳລັງປ້ອງກັນຕົວຂອງ ເອີລົບ ແລະ ຫັນການຜະລິດໃນກຸ່ມເປັນມາດຖານ. ນີ້ແມ່ນສ່ວນໜຶ່ງໃນຄວາມມານະພະຍາຍາມສ້າງການປະກອບອາວຸດຂອງທະວີບນີ້ຄືນໃໝ່

        ວັນທີ 25 ພະຈິກ, ລັດຖະສະພາ ເອີລົບ (EP) ໄດ້ຮັບຮອງເອົາໂຄງການທີ່ມີມູນຄ່າ 1,7 ຕື້ USD ເພື່ອແນໃສ່ອຸປະຖຳໃຫ້ບັນດາບ້ວງເງິນລົງທຶນດ້ານປ້ອງກັນຊາດໃນສະຫະພາບ ເອີລົບ (EU) ແລະ ເພີ່ມທະວີການໜູນຊ່ວຍ ຢູແກຼນ.

        ໂຄງການເພື່ອເພີ່ມທະວີກຳລັງປ້ອງກັນຕົວຂອງ ເອີລົບ ແລະ ຫັນການຜະລິດໃນກຸ່ມເປັນມາດຖານ. ນີ້ແມ່ນສ່ວນໜຶ່ງໃນຄວາມມານະພະຍາຍາມສ້າງການປະກອບອາວຸດຂອງທະວີບນີ້ຄືນໃໝ່ ພາຍຫຼັງຄວາມວິຕົກກັງວົນດ້ານຄວາມໝັ້ນຄົງຂອງທະວີບນີ້ ນັບແຕ່ເມື່ອເກີດການປະທະກັນຢູ່ ຢູແກຼນ ໃນປີ 2022. ຕາມຂໍ້ກຳນົດ, ເພື່ອໄດ້ຮັບການໜູນຊ່ວຍຕາມໂຄງການທີ່ແກ່ຍາວຮອດປີ 2027, ບັນດາປະເທດຕ້ອງຮັບປະກັນ ລາຍຈ່າຍສຳລັບເຄື່ອງອາໄຫຼ່ຜະລິດຕະພັນປ້ອງກັນຊາດທີ່ມີຕົ້ນກຳເນີດຈາກສະຫະພາບ ເອີລົບ ຫຼື ບັນດາປະເທດຄູ່ຮ່ວມມືຢ່າງໜ້ອຍສຸດ 65%.

        ເລື່ອງ EP ຮັບຮອງເອົາແມ່ນບາດກ້າວສຸດທ້າຍໃນວິວັດທະການນິຕິບັນຍັດ ກ່ອນທີ່ 27 ປະເທດສະມາຊິກ ອີຢູ ຈະໃຫ້ສັດຕະຍາບັນຢ່າງເປັນທາງການ.

TAG
VOV/VOVworld/​ປະ​ກອບ​/ອາ​ວຸດ​/​ທະ​ວີບ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ