logo

ລັດ​ເຊຍ​ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ້າ​ຕໍ່​ກາ​ນ​ຕອບ​ກັບ​ຂອງ​ອາ​ເມ​ລິ​ກາ ກ່ຽວ​ກັບ​ສົນ​ທິ​ສັນ​ຍາ New START

2025/10/6 | 09:24:08
(VOVWORLD) - ຕາມທ່ານປະທານາທິບໍດີ ອາເມລິກາ Donald Trump ແລ້ວ, ການປຶກສາຫາລືຕໍ່ກຳນົດສົນທິສັນຍາອາວຸດນິວເຄຼຍ ຍັງແມ່ນບັນຫາສຳຄັນສຳລັບສອງປະເທດ, ແຕ່ບໍ່ເຜີຍຂໍ້ມູນອື່ນຕື່ມອີກ.

ມີຄວາມເປັນໄປໄດ້ຢ່າງສູງວ່າ ອາເມລິກາຈະເຫັນດີ ຕໍ່ຂໍ້ສະເໜີຂອງ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ກ່ຽວກັບການສືບຕໍ່ປະຕິບັດບັນດາມາດຕາຂອງ ສົນທິສັນຍາ ຫຼຸດຜ່ອນອາວຸດບຸກໂຈມຕີຍຸດທະສາດໃໝ່ (New START). ນີ້ແມ່ນການຕີລາຄາຂອງທ່ານ Kirill Dmitriev, ຜູ້ຕາງໜ້າພິເສດຂອງປະທານາທິບໍດີ ລັດເຊຍ, ຜູ້ອຳນວຍການໃຫຍ່ ກອງທຶນລົງທຶນໂດຍກົງ ລັດເຊຍ (RDIF). ຂ່າວໂດຍທ່ານ Kirill Dmitriev ໄດ້ເຕື້ອງເຖິງແມ່ນຖະແຫຼງການທີ່ຕັ້ງໜ້າອອກວັນທີ 5 ຕຸລາຂອງທ່ານ Donald Trump ປະທານາທິບໍດີ ອາເມລິກາ , ໃນນັ້ນຊີ້ແຈ້ງວ່າ ພ້ອມແລ້ວທີ່ຈະຮັກສາສົນທິສັນຍາ ອາວຸດນິວເຄຼຍ ລະຫວ່າງ ວໍຊິງຕັນ ແລະ ມົດສະກູ ຄືຂໍ້ສະເໜີຂອງຜູ້ນຳວັງ Kremlin. ໂດຍຕອບຄຳຖາມຂອງນັກຂ່າວ, ທ່ານປະທານາທິບໍດີ ອາເມລິກາ Donald Trump ຖືວ່າ ນີ້ແມ່ນແນວຄວາມຕິດທີ່ດີ. ຕາມທ່ານປະທານາທິບໍດີ ອາເມລິກາ Donald Trump ແລ້ວ, ການປຶກສາຫາລືຕໍ່ກຳນົດສົນທິສັນຍາອາວຸດນິວເຄຼຍ ຍັງແມ່ນບັນຫາສຳຄັນສຳລັບສອງປະເທດ, ແຕ່ບໍ່ເຜີຍຂໍ້ມູນອື່ນຕື່ມອີກ.

TAG
VOV/VOVworld/ອາ​ເມ​ລິ​ກາ/ລັດ​ເຊຍ/ການ​ພົວ​ພັນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ