logo

ລັດເຊຍ ຖືວ່າ ການແກ້ໄຂບັນຫາ ຢູແກຼນ ຕ້ອງມີຄວາມມານະພະຍາຍາມຢ່າງຍາວນານ

2025/11/3 | 09:46:36
(VOVWORLD) - ທ່ານ Dmitri Peskov ເນັ້ນໜັກວ່າ ປະຈຸບັນບໍ່ຕ້ອງຈັດກອງປະຊຸມສຸດຍອດຄືແນວນັ້ນ. ແທນທີ່ນັ້ນ, ສິ່ງສຳຄັນແມ່ນຕ້ອງມີຄວາມມານະພະຍາຍາມຢ່າງລະອຽດລະອໍກ່ຽວກັບບັນຫາລາຍລະອຽດທີ່ຕ້ອງແກ້ໄຂ.
ທ່ານ Dmitri Peskov, ໂຄສົກວັງ Kremlin
(ພາບ: Alexander Zemlianichenko/REUTERS)

ທ່ານ Dmitri Peskov, ໂຄສົກວັງ Kremlin ຖະແຫຼງວ່າ ຕ້ອງມີບັນດາຄວາມມານະພະຍາຍາມຢ່າງຍືດເຍື້ອເພື່ອແກ້ໄຂບັນຫາ ຢູແກຼນ, ແທນທີ່ສຸມໃສ່ການຈັດການພົບປະອັນສັ້ນໆລະຫວ່າງທ່ານ Vladimir Putin, ປະທານາທິບໍດີ ລັດເຊຍ ແລະ ທ່ານ Donald Trump, ປະທານາທິບໍດີ ອາເມລິກາ.

ວັນທີ 02 ພະຈິກ, ເມື່ອຖືກຖາມກ່ຽວກັບຄວາມອາດສາມາດຊັບຊ້ອນການພົບປະໂດຍກົງລະຫວ່າງການນຳ ລັດເຊບ - ອາເມລິກາ, ທ່ານ Dmitri Peskov ເນັ້ນໜັກວ່າ ປະຈຸບັນບໍ່ຕ້ອງຈັດກອງປະຊຸມສຸດຍອດຄືແນວນັ້ນ. ແທນທີ່ນັ້ນ, ສິ່ງສຳຄັນແມ່ນຕ້ອງມີຄວາມມານະພະຍາຍາມຢ່າງລະອຽດລະອໍກ່ຽວກັບບັນຫາລາຍລະອຽດທີ່ຕ້ອງແກ້ໄຂ.

ກ່ອນໜ້ານັ້ນ, ການນຳ 2 ທ່ານໄດ້ເຫັນດີຈະພົບປະຢູ່ ຮຸງກາຣີ ແລະ ເລື່ອງກະກຽມໃຫ້ການພົບປະພາຍຫຼັງການໂອ້ລົມທາງໂທລະສັບໃນວັນທີ 15 ຕຸລາ. ເຖິງຢ່າງໃດກໍ່ຕາມ, ຫຼັງຈາກນັ້ນ ທ່ານ Donald Trump ຖະແຫຼງໄຈະກອງປະຊຸມສຸດຍອດຊົ່ວຄາວໂດຍບໍ່ກຳນົດເວລາ. ສາຍເຫດທີ່ໄດ້ຍົກອອມາແມ່ນຕ້ອງບັນລຸໝາກຜົນໃດໜຶ່ງກ່ຽວກັບການແກ້ໄຂບັນຫາ ຢູແກຼນ. ກ່ຽວກັບຝ່າຍ ລັດເຊຍ, ທ່ານ Vladimir Putin ໃຫ້ຮູ້ວ່າ, ກອງປະຊຸມຈະຈັດຂຶ້ນຢູ່ ຮຸງກາຣີ ໂດຍອາເມລິກາ ສະເໜີຖືກໂຈະໄວ້ ຫາກບໍ່ແມ່ນຖືກຍົກເລີກ.

TAG
VOV/VOVworld/​ສຸດຍອດ/ຊົ່ວ​ຄາວ​/​ເວ​ລາ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ