logo

ລັດເຊຍ ຖະແຫຼງຈະຕອບຄືນບັນດາຄຳສັ່ງລົງໂທດໃໝ່ຂອງ ອີຢູ ຢ່າງສົມເຫດສົມຜົນ

2025/9/13 | 07:27:00
(VOVWORLD) -  ທ່ານກໍ່ຖະແຫຼງວ່າ ລັດເຊຍ ຈະມີບັນດາການກະທຳໂຕ້ຕອບໃນກໍລະນີ ອີຢູ ຮີບຄືນຊັບສິນທີ່ຖືກອາຍັດຂອງປະເທດນີ້.
ທ່ານນາງ Maria Zakharova, ໂຄສົກກະຊວງການຕ່າງປະເທດ ລັດເຊຍ
(ພາບ: ກະຊວງການຕ່າງປະເທດ/REUTERS)

ວັນທີ 12 ກັນຍາ, ທ່ານນາງ Maria Zakharova, ໂຄສົກກະຊວງການຕ່າງປະເທດ ລັດເຊຍ ຖະແຫຼງວ່າ ລັດເຊຍ ຖະແຫຼງຈະຕອບຄືນບັນດາຄຳສັ່ງລົງໂທດໃໝ່ ທີ່ອາດຈະເລີ່ມມີແຕ່ສະຫະພາບ ເອີລົບ (ອີຢູ) ຢ່າງສົມເຫດສົມຜົນ. ທ່ານກໍ່ຖະແຫຼງວ່າ ລັດເຊຍ ຈະມີບັນດາການກະທຳໂຕ້ຕອບໃນກໍລະນີ ອີຢູ ຮີບຄືນຊັບສິນທີ່ຖືກອາຍັດຂອງປະເທດນີ້.

ກ່ອນໜ້ານັ້ນ, ໃນວັນດຽວກັນ ທ່ານ Kaja Kallas, ຜູ້ຕາງໜ້າຂັ້ນສູງຂອງ ອີຢູ ກ່ຽວກັບນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງຂອງ ອີຢູ ໄດ້ແຈ້ງໃນສື່ສັງຄົມ X ວ່າ ອີຢູ ໄດ້ສຳເລັດບ້ວງລົງໂທດທີ 19 ສຳລັບ ລັດເຊຍ. ພ້ອມກັນນັ້ນ, ອີຢູ ກໍ່ຕໍ່ກຳນົດເວລາບັນດາມາດຕະການລົງໂທດຕື່ມອີກ 6 ເດືອນ ສຳລັບ 2.500 ສ່ວນບຸກຄົນ ແລະ ອົງການຂອງ ລັດເຊຍ ທີ່ກ່ຽວຂ້ອງເຖິງການປະທະກັນຢູ່ ຢູແກຼນ.

TAG
VOV/VOVworld/​ກະ​ທຳ​/ໂຕ້​ຕອບ​/ກໍ​ລະ​ນີ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ