logo

ລັດ​ເຊຍ ປາດ​ຖະ​ໜາ​ວ່າ ບັນ​ດາ​ບັນ​ຫາ​ກ່ຽວ​ຂ້ອງ​ເຖິງ​ການ​ປະ​ທະ​ກັນ​ກັບ ຢູ​ແກຼນ ຕ້ອງ​ໄດ້​ດຳ​ເນີນ​ຢ່າງ​ເປີດ​ເຜີຍ

2025/12/9 | 09:03:26
(VOVWORLD) - ດສະກູ ຕ້ອງກຳໄດ້ຜົນການເຮັດວຽກຕ່າງໆລະຫວ່າງ ອາເມລິກາ ແລະ ຢູແກຼນ ພາຍຫຼັງການປຶກສາຫາລືລະຫວ່າງ ລັດເຊຍ - ອາເມລິກາ ທີ່ຈັດຂຶ້ນໃນວັນທີ 2 ທັນວາ. 
ທ່ານປະທານາທິບໍດີ ລັດເຊຍ Vladimir Putin, ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky (ພາບ: REUTERS)

ວັນທີ 8 ທັນວາ, ໃນສະພາບການບັນດາການແລກປ່ຽນລະຫວ່າງສາມຝ່າຍກ່ຽວກັບວິວັດທະນາການສ້າງສັນຕິພາບລະຫວ່າງ ລັດເຊຍ - ຢູແກຼນ ພວມມີການຜັນແປໃໝ່ຫຼາຍຢ່າງ, ທ່ານ Dmitry Peskov ໂຄສົກວັງ Kremlin ເນັ້ນໜັກວ່າ ມົດສະກູ ຕ້ອງກຳໄດ້ຜົນການເຮັດວຽກຕ່າງໆລະຫວ່າງ ອາເມລິກາ ແລະ ຢູແກຼນ ພາຍຫຼັງການປຶກສາຫາລືລະຫວ່າງ ລັດເຊຍ - ອາເມລິກາ ທີ່ຈັດຂຶ້ນໃນວັນທີ 2 ທັນວາ. ປັດຈຸບັນ, ລັດເຊຍ ບໍ່ກຳແໜ້ນທັດສະນະທີ່ແຕກຕ່າງກັນພາຍໃນ ຢູແກຼນ ທີ່ກ່ຽວຂ້ອງເຖິງວິວັດທະນາການໄກ່ເກ່ຍ ແລະ ບາງບັນຫາກ່ຽວຂ້ອງເຖິງການປະທະກັນທີ່ຍັງຄົງຄ້າງ ບໍ່ສາມາດດຳເນີນຢ່າງເປີດເຜີຍໄດ້.

ສຳລັບຝ່າຍ ອາເມລິກາ, ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ ຄູ່ຮ່ວມຕຳແໜ່ງ ຢູແກຼນ Volodymyr Zelenskyy ຍັງບໍ່ທັນກຳແໜ້ນຂໍ້ສະເໜີສັນຕິພາບ ໂດຍ ວໍຊິງຕັນ ຮຽບຮຽງ. ໃນຂະນະນັ້ນ, ທ່ານ Volodymyr Zelenskyy ໃຫ້ຮູ້ວ່າ ກີແອັບ ພວມຊອກຫາຂໍ້ຕົກລົງສະເພາະກ່ຽວກັບການຮັບປະກັນຄວາມໝັ້ນຄົງກັບ ອາເມລິກາ ແລະ ບາງສຳພັນທະມິດ ເອີຣົບ, ພ້ອມທັງຄາດຄະເນວ່າ ຈະພົບປະກັບການນຳ ອັງກິດ, ຝລັ່ງ ແລະ ເຢຍລະມັນຢູ່ ລອນດອນ ເພື່ອຂົນຂວາຍການສະໜັບສະໜູນ.


 

TAG
VOV/VOVworld/ອາເມລິກາ/ຢູແກຼນ/ປະ​ທະ​ກັນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ