logo

ລັດ​ເຊຍ ພ້ອມ​ແລ້ວ​ທີ່​ຈະ​ຕໍ່​ກຳ​ນົດ​ເວ​ລາ New START - ຄຳ​ໝັ້ນ​ສັນ​ຍາປະ​ຕິ​ບັດຕາມ​ຄຳ​ສັ່ງ​ເກືອດ​ຫ້າມ​ທົ່ວ​ໂລກ​ກ່ຽວ​ກັບ​ນິວ​ເຄຼຍ

2025/11/12 | 08:50:03
(VOVWORLD) -  ວັນທີ 11 ພະຈິກ, ທ່ານ Sergey Lavrov ລັດຖະມົນຕີການຕ່າງປະເທດ ລັດເຊຍ ຖະແຫຼງວ່າ ລັດເຊຍ ພ້ອມແລ້ວທີ່ຈະຕໍ່ກຳນົດເວລາສົນທິສັນຍາຫຼຸດຜ່ອນອາວຸດຍຸດທະສາດໃໝ່ (New START) ຕື່ມອີກ 1 ປີ ກ່ອນທີ່ເອກະສານສະບັບນີ້ຈະໝົດຜົນສັກສິດໃນວັນທີ 5 ກຸມພາ 2026, ພ້ອມທັງຢັ້ງຢືນວ່າ ລັດເຊຍ ບໍ່ມີແຜນການດຳເນີນການທົດລອງນິວເຄຼຍ ເວັ້ນເສຍແຕ່ເມື່ອປະເທດອື່ນທີ່ຖືກຳມະສິດອາວຸດນິວເຄຼຍ ເຮັດສິ່ງດັ່ງກ່າວກ່ອນ.

ຕາມສຳນັກຂ່າວສານ TASS ໄດ້ກ່າວປາໄສຕໍ່ເຈົ້າໜ້າທີ່ ລັດເຊຍ, ທ່ານ Sergey Lavrov ໃຫ້ຮູ້ວ່າ  ເລື່ອງຕໍ່ກຳນົດເວລາ New START “ອາດຈະໄດ້ປະກາດບໍ່ວ່າໃນຈຸດເວລາໃດກ່ອນວັນທີ 5 ກຸມພາ 2026”. ທ່ານເນັ້ນໜັກວ່າ ນີ້ແມ່ນການກະທຳດ້ວຍເຈດຕະນາລຳພັງໃຈຝ່າຍດຽວຂອງ ລັດເຊຍ ເຊິ່ງບໍ່ຈຳເປັນດຳເນີນບັນດາເວລະປຶກສາຫາລືທີ່ສັບສົນກັບ ອາເມລິກາ, ພ້ອມທັງຖືວ່າ ວໍຊິງຕັນ ພຽງແຕ່ຖະແຫຼງຈະຮັກສາບັນດາຂໍ້ຈຳກັດຂອງສົນທິສັນຍາພາຍໃນ 1 ປີ ເພື່ອສະແດງການສະໜັບສະໜູນ.

ຕາມທ່ານ Lavrov ແລ້ວ, ສອງຝ່າຍລ້ວນແຕ່ເຂົ້າໃຈແຈ້ງກ່ຽວກັບກຳລັງຄວາມສາມາດຍຸດທະສາດຂອງກັນ, ແລະ ຕ້ອງຍາດເວລາ “ໃຈເຢັນຕີລາຄາຄືນສະພາບການທັງໝົດ, ແຍກບັນຫາ ຢູແກຼນ ອອກ ແລະ ພ້ອມກັນຮັບຜິດຊອບກ່ຽວກັບຄວາມໝັ້ນຄົງທົ່ວໂລກ, ພິເສດແມ່ນໃນການສະກັດກັ້ນສົງຄາມນິວເຄຼຍ”.


 

TAG
VOV/VOVworld/ຕໍ່​ກຳ​ນົດ​ເວ​ລາ New START/ລັດ​ເຊຍ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ