logo

ລັດເຊຍ ພ້ອມແລ້ວທີ່ຈະປຶກສາຫາລືແຜນການຂອງ ອາເມລິກາ ກ່ຽວກັບການຢຸດຕິການປະທະກັນກັບ ຢູແກຼນ

2025/11/26 | 09:33:15
(VOVWORLD) - ທ່ານ Sergey Lavrov ກໍ່ຖະແຫຼງວ່າ ລັດເຊຍ ຕີລາຄາສູງຫຼັກໝັ້ນຂອງ ອາເມລິກາ ໃນເລື່ອງຕັ້ງໜ້າຊຸກຍູ້ ແລະ ເປັນເຈົ້າການຊອກຫາມາດຕະການແກ້ໄຂບັນຫາ ຢູແກຼນ.

        ວັນທີ 25 ພະຈິກ, ທ່ານ Sergey Lavrov, ລັດຖະມົນຕີການຕ່າງປະເທດ ລັດເຊຍ ໃຫ້ຮູ້ວ່າ ປະເທດນີ້ໄດ້ຮັບແຜນການສັນຕິພາບ 28 ຈຸດ ໂດຍທ່ານ Donald Trump, ປະທານາທິບໍດີ ອາເມລິກາ ສະເໜີ ເພື່ອແນໃສ່ຢຸດຕິການປະທະກັນກັບ ຢູແກຼນ ແລະ ພ້ອມແລ້ວທີ່ຈະແລກປ່ຽນກ່ຽວກັບເນື້ອໃນດັ່ງກ່າວ. ນອກນັ້ນ, ທ່ານ Sergey Lavrov ກໍ່ຖະແຫຼງວ່າ ລັດເຊຍ ຕີລາຄາສູງຫຼັກໝັ້ນຂອງ ອາເມລິກາ ໃນເລື່ອງຕັ້ງໜ້າຊຸກຍູ້ ແລະ ເປັນເຈົ້າການຊອກຫາມາດຕະການແກ້ໄຂບັນຫາ ຢູແກຼນ.

        ທ່ານ Sergey Lavrov ໄດ້ຍົກອອກຄຳກ່າວປາໄສດັ່ງກ່າວທີ່ກອງປະຊຸມຖະແຫຼງຂ່າວ ພາຍຫຼັງດຳເນີນກອງປະຊຸມຮ່ວມກັບເຈົ້າໜ້າທີ່ການຕ່າງປະເທດ ເບລາຣຸດ ຢູ່ນະຄອນຫຼວງ ມົດສະກູ. ທ່ານຊີ້ແຈ້ງວ່າ ຝ່າຍ ລັດເຊຍ ໄດ້ຮັບແຜນການດັ່ງກ່າວຜ່ານບັນດາຊ່ອງບໍ່ເປັນທາງການ ແລະ ມົດສະກູ “ພ້ອມແລ້ວທີ່ຈະປຶກສາຫາລືເນື້ອໃນຂອງແຜນການ ຍ້ອນມີບາງຈຸດຕ້ອງເຮັດແຈ້ງ”. ມົດສະກູ ຫວັງວ່າ ວໍຊິງເຕັນ ຈະແຈ້ງແຜນການທີ່ໄດ້ເປັນເອກະພາບກັບບັນດາປະເທດສຳພັນທະມິດ ເອີລົບ ແລະ ຢູແກຼນ ຢ່າງເປັນທາງການ.

TAG
VOV/VOVworld/ຮັບ​ແຜນ/​ທາງ​ການ/ສຳ​ພັນ​ທະ​ມິດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ