logo

ລັດ​ເຊຍ ພ້ອມ​ແລ້ວ​ທີ່​ຈະ​ເຊື່ອມ​ຕໍ່​ການ​ທົດ​ລອງ​ນິວ​ເຄຼຍຄື​ນ​ໃໝ່ ຖ້າ​ບັນ​ດາ​ປະ​ເທດ​ອື່ນ ມີ​ການ​ກະ​ທຳ​ທີ່​ຄ້າຍ​ຄື​ກັນ

2025/11/1 | 13:53:25
(VOVWORLD) - ທ່ານ Sergey Shoigu  ເລຂາສະພາຄວາມໝັ້ນຄົງ ລັດເຊຍ ຖະແຫຼງວ່າ ລັດເຊຍ ຮັກສາບັນດາສະຖານທີ່ທົດລອງນິວເຄຼຍໃນສະພາບການກຽມພ້ອມເຄື່ອນໄຫວ ແລະ ຈະປະຕິບັດບັນດາການທົດລອງຖ້າຫາກ ອາເມລິກາ ຫຼື ບັນດາປະເທດອື່ນດຳເນີນການທົດລອງນິວເຄຼຍຄືນໃໝ່.
ທ່ານເລຂາສະພາຄວາມໝັ້ນຄົງ ລັດເຊຍ Sergey Shoigu (ພາບ: Sputnik/Aleksey Nikolskyi/Kremlin/REUTERS)

ວັນທີ 31 ຕຸລາ, ຢູ່ນະຄອນຫຼວງ ມົດສະກູ, ເມື່ອກ່າວຄຳເຫັນທີ່ງານມະໂຫລານສາກົນ “ບັນດາເຜົ່າ ລັດເຊຍ ແລະ ປະຊາຄົມບັນດາປະເທດເອກະລາດ”, ແນໃສ່ຕອບໂຕ້ຄືນຖະແຫຼງການຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ກ່ຽວກັບການກະກຽມເຊື່ອມຕໍ່ບັນດາການທົດລອງນິວເຄຼຍ ຢູ່ ອາເມລິກາ, ທ່ານເລຂາສະພາຄວາມໝັ້ນຄົງ ລັດເຊຍ Sergey Shoigu ເນັ້ນໜັກວ່າ ໃນຕົວຈິງ, ບັນດາເຫດທົດລອງນິວເຄຼຍ ບໍ່ເຄີຍຢຸດຕິລົງຢ່າງສິ້ນເຊີງບໍ່ວ່າຢູ່ປະເທດໃດ. ຕາມທ່ານ Sergey Shoigu ແລ້ວ, ປັດຈຸບັນ ບັນດາການເຄື່ອນໄຫວນີ້ ໄດ້ດຳເນີນພາຍໃຕ້ຮູບແບບຈຳລອງ ແລະ ຮູບແບບຄະນິດສາດ, ແທນທີ່ຈະທົດລອງແບບຟີຊິກ. ກໍຄືກັນກັບບັນດາປະເທດອື່ນ, ລັດເຊຍ ຍາມໃດກໍຮັກສາບັນດາສະຖານທີ່ທົດລອງນິວເຄຼຍໃນສະພາບການເຕັກນິກເປັນປົກກະຕິ, ເພື່ອສາມາດນຳເຂົ້າໃຊ້ງານຢ່າງວ່ອງໄວໃນກໍລະນີບັງຄັບ.

ມິງເຟືອງ, ນັກຂ່າວ VOV ປະຈຳ ສະຫະພັນ ລັດເຊຍ

TAG
VOV/VOVworld/ລັດ​ເຊຍ/ທົດ​ລອງ​ນິວ​ເຄຼຍ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ