logo

ລັດ​ເຊຍ ຢັ້ງ​ຢືນ​ຄືນ​ໃໝ່ຫຼັກ​ໝັ້ນ​ໃນ​ການ​ໂອ້​ລົມ​ສົນ​ທະ​ນາ​ກັບ ອາ​ເມ​ລິ​ກາ ແລະ ບັນ​ຫາ​ຢູ​ແກຼນ

2025/11/10 | 09:49:34
(VOVWORLD) - ກ່ຽວກັບບັນຫາຢູແກຼນ, ທ່ານ Sergey Lavrov ຕຳໜິຕິຕຽນ ເລື່ອງປະເທດເອີລົບຈຳນວນໜຶ່ງ ພວມມານະພະຍາຍາມ ຊວນເຊື່ອ ອາເມລິກາ ປະລະການແກ້ໄຂການປະທະກັນຜ່ານບັນດາມາດຕະການການເມືອງ ແລະ ທາງການທູດ ແທນທີ່ນັ້ນ ເພີ່ມທະວີບັນດາມາດຕະການລົງໂທດຕໍ່ລັດເຊຍ.

ລັດເຊຍຍັງບໍ່ທັນໄດ້ຮັບຄຳຕອບຢ່າງເປັນທາງການຂອງ ອາເມລິກາ ກ່ຽວກັບການຕໍ່ກຳນົດສົນທິສັນຍາຫຼຸດຜ່ອນອາວຸດຍຸດທະສາດ (START) ຕື່ມອີກໜຶ່ງປີເມື່ອສົນທິສັນຍາໝົດຜົນສັກສິດໃນເດືອນກຸມພາ 2026 ແລະ ຈະມີປະຕິກິລິຍາຢ່າງສົມເຫດສົມຜົນຖ້າ ອາເມລິກາ ເຊື່ອມຕໍ່ບັນດາການທົດລອງນິວເຄຼຍຢ່າງຮອບດ້ານ. ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 9 ພະຈິກ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Lavrov ໃຫ້ຮູ້ວ່າ ຂໍ້ສະເໜີຂອງທ່ານປະທານາທິບໍດີ Vladimir Putin ກ່ຽວກັບການສືບຕໍ່ປະຕິບັດສົນທິສັນຍາຫຼຸດຜ່ອນອາວຸດຍຸດທະສາດ ຢ່າງຈະແຈ້ງ, ງ່າຍດາຍ. ກ່ຽວກັບບັນຫາຢູແກຼນ, ທ່ານ Sergey Lavrov ຕຳໜິຕິຕຽນ ເລື່ອງປະເທດເອີລົບຈຳນວນໜຶ່ງ ພວມມານະພະຍາຍາມ ຊວນເຊື່ອ ອາເມລິກາ ປະລະການແກ້ໄຂການປະທະກັນຜ່ານບັນດາມາດຕະການການເມືອງ ແລະ ທາງການທູດ ແທນທີ່ນັ້ນ ເພີ່ມທະວີບັນດາມາດຕະການລົງໂທດຕໍ່ລັດເຊຍ. ຕາມນັ້ນແລ້ວ, ລັດເຊຍສືບຕໍ່ຢັ້ງຢືນຫຼັກໝັ້ນບໍ່ປະນີປະນາມໃນບັນດາບັນຫາທີ່ມີລັກສະນະຫຼັກການ, ເປັນຕົ້ນແມ່ນບັນດາພາກພື້ນໄດ້ຮັບຮອງເອົາຈາກການລົງປະຊາມະຕິ.

TAG
VOV/VOVworld/ລັດ​ເຊຍ/ຢ​ູ​ແກຼນ/ອາ​ເມ​ລິ​ກາ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ