logo

ລັດເຊຍ - ອາເມລິກາ ຮັກສາການພົບປະ, ຊຸກຍູ້ມາດຕະການສັນຕິພາບໃຫ້ແກ່ ຢູແກຼນ

2025/10/1 | 15:00:00
(VOVWORLD) - ບັນດາຝ່າຍລ້ວນແຕ່ຢັ້ງຢືນ ຈໍາເປັນຕ້ອງສືບຕໍ່ຊອກຫາເສັ້ນທາງເຈລະຈາ, ພ້ອມດຽວກັນນັ້ນ ຕ້ອງສັງເກດຢ່າງກົງໄກກົງມາເຂົ້າກົກປາຍສາຍເຫດຂອງການປະທະກັນ, ເພາະວ່າ ນີ້ແມ່ນປັດໄຈແກ່ນສານເພື່ອບັນລຸໄດ້ສັນຕິພາບແບບຍືນຍົງ.

ວັນທີ 29 ກັນຍາ, ທ່ານນາງ Maria Zakharova ໂຄສົກກະຊວງການຕ່າງປະເທດ ລັດເຊຍ ໃຫ້ຮູ້ວ່າ ບັນດາການພົບປະຫວ່າງມໍ່ໆມານີ້ລະຫວ່າງ ລັດເຊຍ ແລະ ອາເມລິກາ, ທັງຢູ່ຂັ້ນປະມຸກລັດ ຕະຫຼອດຮອດລັດຖະມົນຕີການຕ່າງປະເທດ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງຄໍາໝັ້ນສັນຍາມຸ່ງໄປເຖິງມາດຕະການສັນຕິພາບໃຫ້ແກ່ການປະທະກັນຢູ່ ຢູແກຼນ.

        ທ່ານນາງ Maria Zakharova ເນັ້ນໜັກວ່າ ບັນດາຝ່າຍລ້ວນແຕ່ຢັ້ງຢືນ ຈໍາເປັນຕ້ອງສືບຕໍ່ຊອກຫາເສັ້ນທາງເຈລະຈາ, ພ້ອມດຽວກັນນັ້ນ ຕ້ອງສັງເກດຢ່າງກົງໄກກົງມາເຂົ້າກົກປາຍສາຍເຫດຂອງການປະທະກັນ, ເພາະວ່າ ນີ້ແມ່ນປັດໄຈແກ່ນສານເພື່ອບັນລຸໄດ້ສັນຕິພາບແບບຍືນຍົງ.

        ໃນບົດກ່າວຄໍາເຫັນຕໍ່ວົງການການນໍາການທະຫານຢູ່ລັດ Virginia  ໃນວັນທີ 24 ກັນຍາ, ທ່ານປະທານາທິບໍດີ ອາເມລິກາ Donal Trump ສືບຕໍ່ຮຽກຮ້ອງຈັດການພົບປະໂດຍກົງລະຫວ່າງທ່ານປະທານາທິບໍດີ ລັດເຊຍ ແລະ ບັນດາການນໍາ ຢູແກຼນ. ທ່ານປະທານາທິບໍດີ Donal Trump ເຊື່ອໝັ້ນວ່າ ວິກິດການ ຢູແກຼນ ອາດຈະໄດ້ຮັບການແກ້ໄຂໃນອະນາຄົດໃກ້ໆນີ້.

        ໃນຂະນະນັ້ນ, ລັດເຊຍ ໃຫ້ຮູ້ວ່າ, ລັດເຊຍ ຍັງຮັກສາທັດສະນະກຽມພ້ອມເຈລະຈາ.

ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ປະຈໍາ ລັດເຊຍ

 


TAG
VOV/VOVworld/ເຈລະຈາ/ມາດຕະການສັນຕິພາບ/ຢູແກຼນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ