logo

ລັດ​ເຊຍ​ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ກ່ຽວ​ກັບ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ຂອງ ຫວຽດ​ນາມ

2025/9/27 | 06:22:13
(VOVWORLD) - ໃນມື້ເຮັດວຽກທີ 2 (ວັນທີ 26 ກັນຍາ) ຂອງ ເວທີປາໄສປະລະມານູທົ່ວໂລກ 2025 ພວມດຳເນີນຢູ່ ນະຄອນຫຼວງ ມົດສະກູ, ສະຫະພັນ ລັດເຊຍ, ຄະນະຜູ້ແທນ ຫວຽດນາມ ໄດ້ເຂົ້າຮ່ວມວາລະປະຊຸມຫົວເລື່ອງສະເພາະຈຳນວນໜຶ່ງ.

ບັນດາຜູ້ແທນເຂົ້າຮ່ວມວາລະປຶກສາຫາລືຫົວເລື່ອງສະເພາະ (ພາບ: VOV)

ຄະນະຜູ້ແທນຫວຽດນາມ ໄດ້ເຂົ້າຮ່ວມ ວາລະປຶກສາຫາລືຫົວເລື່ອງສະເພາະ “ມາດຕະການພະລັງງານ ປະລະມານູໃຫ້ແກ່ບັນດາປະເທດ ອາຊຽນ”. ຫວຽດນາມ ວາງເປົ້າໝາຍ ຮ່ຳຮຽນ, ຊອກຮູ້ບັນດາຄວາມຮູ້ກ່ຽວກັບວິທະຍາສາດເຕັກນິກ, ບົດຮຽນປະສົບການໃນການສ້າງໂຮງງານໄຟຟ້ານິວເຄຼຍ, ປົກປັກຮັກສາສິ່ງແວດລ້ອມ. ທ່ານເຈິ່ນຈີແທັງ, ຫົວໜ້າສະຖາບັນ ປະລະມານູ ຫວຽດນາມ ເນັ້ນໜັກວ່າ ລັດເຊຍ ແມ່ນຄູ່ຮ່ວມມືສຳຄັນໃນການພັດທະນາພະລັງງານປະລະມານູ ຢູ່ ຫວຽດນາມ. ທ່ານໃຫ້ຮູ້ວ່າ:

ພະລັງງານປະລະມານູແມ່ນຂົງເຂດໃໝ່, ການຮ່ວມມືກັບ ລັດເຊຍແມ່ນຖືກຕ້ອງ. ເຖິງຢ່າງໃດກໍຕາມ, ເພື່ອຊຸກຍູ້ວຽກງານນີ້ຍັງມີສິ່ງທ້າທາຍຫຼາຍຢ່າງ ແລະ ມີຫຼາຍບັນຫາຕ້ອງຮັບການພິຈາລະນາແກ້ໄຂ, ໃນນັ້ນ ລະບົບຜັນຂະຫຍາຍໂຄງການຢູ່ ຫວຽດນາມ ຍັງບໍ່ທັນປະຕິບັດຕາມມາດຖານສາກົນ. ເພາະສະນັ້ນ, ບັນດາໂຄງການນິວເຄຼຍຕ້ອງໄດ້ປະຕິບັດຕາມມາດຖານສາກົນ ເພື່ອຮັບປະກັນຄວາມປອດໄພ.

TAG
VOV/VOVworld/ພະລັງງານ/ປະລະມານູ/ຫວຽດ​ນາມ/ລັດ​ເຊຍ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ