logo

ລັດ​ເຊຍ ແລະ EU ປຶກ​ສາ​ຫາ​ລື​ຟື້ນ​ຟູ​ການ​ຮ່ວມ​ມື​ຂັ້ນ​ລັດ​ຖະ​ສະ​ພາ

2025/10/2 | 09:08:16
(VOVWORLD) - ທີ່ການປຶກສາຫາລື, ທ່ານ Leonid Slutsky ປະທານກຳມາທິການ ການຕ່າງປະເທດ Duma ແຫ່ງຊາດລັດເຊຍ ຢັ້ງຢືນວ່າການພົບປະຄັ້ງນີ້ມີຄວາມໝາຍແກ້ໄຂບັນຫາໃດໜຶ່ງກ່ຽວກັບການພົບປະກັບບັນດາຜູ້ຕາງໜ້າຂອງລັດຖະສະພາ ເອີລົບ ແລະ ການໂອ້ລົມຟື້ນຟູການເຈລະຈາທີ່ຖືກຂາດວັກຂາດຕອນແຕ່ປີ 2014.
ພາບປະກອບ: Reuters

ວັນທີ 1 ຕຸລາ, ກຳມາທິການ ການຕ່າງປະເທດ Duma ແຫ່ງຊາດ (ສະພາຕ່ຳ) ລັດເຊຍ ໃຫ້ຮູ້ວ່າ ບັນດາສະມາຊິກລັດຖະສະພາ ລັດເຊຍ ແລະ ລັດຖະສະພາ ເອີລົບ ໄດ້ປຶກສາຫາລືກ່ຽວກັບການປະທະກັນ ຢູ່ຢູແກຼນ ແລະ ຄວາມອາດສາມາດຟື້ນຟູການຮ່ວມມືລະຫວ່າງ ລັດເຊຍ ແລະ ບັນດາປະເທດ ເອີລົບ. ກ່ອນໜ້ານັ້ນ, ບັນດາສະມາຊິກ ກຳມາທິການ ການຕ່າງປະເທດ Duma ແຫ່ງຊາດ ລັດເຊຍ ກໍ່ໄດ້ຈັດກອງປະຊຸມແບບທາງໄກກັບບັນດາສະມາຊິກລັດຖະສະພາເອີລົບ. ບັນດາສະມາຊິກລັດຖະສະພາທີ່ມາຈາກ ໂອຕາລິດ, ເຢຍລະມັນ, ບຸນກາຣີ ແລະ ລຸກຊຳບວກ ໂດຍທ່ານ Fernand Kartheiser ນຳໜ້າ ໄດ້ເຂົ້າຮ່ວມການປຶກສາຫາລື. ທີ່ການປຶກສາຫາລື, ທ່ານ Leonid Slutsky ປະທານກຳມາທິການ ການຕ່າງປະເທດ Duma ແຫ່ງຊາດລັດເຊຍ ຢັ້ງຢືນວ່າການພົບປະຄັ້ງນີ້ມີຄວາມໝາຍແກ້ໄຂບັນຫາໃດໜຶ່ງກ່ຽວກັບການພົບປະກັບບັນດາຜູ້ຕາງໜ້າຂອງລັດຖະສະພາ ເອີລົບ ແລະ ການໂອ້ລົມຟື້ນຟູການເຈລະຈາທີ່ຖືກຂາດວັກຂາດຕອນແຕ່ປີ 2014.

TAG
VOV/VOVworld/ລັດ​ເຊຍ/ຫວຽດ​ນາມ/ການ​ພົວ​ພັນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ