logo

ລັດ​ເຊຍ ແລະ ກາ​ຊັກ​ສະ​ຖານ ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

2025/11/13 | 12:50:07
(VOVWORLD) - ການນຳ ກາຊັກສະຖານ ກໍ່ເປີດເຜີຍວ່າ ມົດສະກູ ແລະ Astana ພວມຫຍັບເຂົ້າໃກ້ກັບການລົງນາມຂໍ້ຕົກລົງກໍ່ສ້າງໂຮງງານໄຟຟ້ານິວເຄຼຍ ຢູ່ປະເທດ ກາຊັກສະຖານ.
 ທ່ານ ປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານ ປະທານາທິບໍດີ ກາຊັກສະຖານ Kassym-Jomart Tokayev (ພາບ: Alexander Zemlianichenko/REUTERS)

ວັນທີ 12 ພະຈິກ, ທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ແລະ ຄູ່ຕຳແໜ່ງ ກາຊັກສະຖານ Kassym-Jomart Tokayev ໄດ້ຮັບຮອງເອົາຖະແຫຼງການກ່ຽວກັບການຫັນປ່ຽນການພົວພັນສອງຝ່າຍຂຶ້ນເປັນການພົວພັນຄູ່ຮ່ວມມື ແລະ ພັນທະມິດຍຸດທະສາດຮອບດ້ານ. ພິທີລົງນາມໄດ້ດຳເນີນພາຍຫຼັງການພົບປະເຈລະຈາຢູ່ວັງ Kremlin ໃນຂອບເຂດການຢ້ຽມຢາມ ລັດເຊຍ ຢ່າງເປັນທາງການຂອງ ທ່ານ Tokayev ປະທານາທິບໍດີ ກາຊັກສະຖານ. ທ່ານປະທານາທິບໍດີ ກາຊັກສະຖານ ຢັ້ງຢືນວ່າ ເອກະສານຫາກໍ່ໄດ້ຮັບການລົງນາມຈະເປີດສັງກາດໃໝ່ໃນການພົວພັນລະຫວ່າງ ລັດເຊຍ ແລະ ກາຊັກສະຖານ, ຢັ້ງຢືນລະດັບຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ ທີ່ບໍ່ເຄີຍມີມາກ່ອນ ແລະ ພ້ອມແລ້ວທີ່ຈະຮ່ວມມືກັນຢ່າງແໜ້ນແຟ້ນກວ່າອີກໃນທຸກຂົງເຂດ. ການນຳ ກາຊັກສະຖານ ກໍ່ເປີດເຜີຍວ່າ ມົດສະກູ ແລະ Astana ພວມຫຍັບເຂົ້າໃກ້ກັບການລົງນາມຂໍ້ຕົກລົງກໍ່ສ້າງໂຮງງານໄຟຟ້ານິວເຄຼຍ ຢູ່ປະເທດ ກາຊັກສະຖານ.

TAG
VOV/VOVworld/ລັດ​ເຊຍ/ກາ​ຊັກ​ສະ​ຖານ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ