logo

ລັດເຊຍ ແລະ ຝລັ່ງ ບໍ່ເອກະພາບກ່ຽວກັບມາດຕະການສຳລັບວິກິດການຢູ່ ຊີຣີ

2012/6/2 | 09:23:57
ທີ່ການ​ພົບ​ປະ​ໃນ​ຕອນ​ຄຳ່​ວັນ​ທີ 1/6, ປະທານາທິບໍດີ ລັດ​ເຊຍ Vladimir Putin ​ແລະ ຄູ່​ຮ່ວມ​ຕຳ​ແຫນ່​ງ ປະທານາທິບໍດີ​ຝລັ່ງ Francois Hollande ​ໄດ້​ເນັ້ນ​ຫນັກ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ປະຕິບັດ​ມະຕິ​ຂອງ​ສະຫະ​ປະຊາ​ຊາດ ​ແລະ ​ແຜນການ​ສັນຕິພາບ​ຂອງ​ທູດ​ພິ​ເສດ Kofi Annan ກ່ຽວ​ກັບ ຊີຣີ


ປະທານາທິບໍດີ ລັດ​ເຊຍ Vladimir Putin  ແລະ ປະທານາທິບໍດີ​ຝລັ່ງ
Francois Hollande ​
ພາບ:danhtri.com

(vovworld) -  ​ທີ່ການ​ພົບ​ປະ​ໃນ​ຕອນ​ຄຳ່​ວັນ​ທີ 1/6, ປະທານາທິບໍດີ ລັດ​ເຊຍ Vladimir Putin ​ແລະ ຄູ່​ຮ່ວມ​ຕຳ​ແຫນ່​ງ ປະທານາທິບໍດີ​ຝລັ່ງ Francois Hollande ​ໄດ້​ເນັ້ນ​ຫນັກ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ປະຕິບັດ​ມະຕິ​ຂອງ​ສະຫະ​ປະຊາ​ຊາດ ​ແລະ ​ແຜນການ​ສັນຕິພາບ​ຂອງ​ທູດ​ພິ​ເສດ Kofi Annan ກ່ຽວ​ກັບ ຊີຣີ ຢ່າງ​ຄົບ​ຖ້ວນ ​ແຕ່​ພັດ​ມີ​ທັດສະນະ​ແຕກ​ຕ່າງ​ກັນ​ກ່ຽວກັບ​ບັນດາ​ມາດ​ຕະການ​ລົງ​ໂທດ Damascus. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວຮ່ວມພາຍຫລັງ​ການ​ພົບປະ​ລະຫວ່າງ​ການ​ນຳ​ສອງ​ທ່ານ​ດັ່ງກ່າວ ​ເພື່ອ​ຊອກ​ຫາ​ມາດ​ຕະການ​ໃຫ້​ແກ່​ບັນຫາ​ຊີຣີ, ທ່ານ Putin ຖື​ວ່າ: ​ເລື່ອງ​ສຳຄັນ​ທີ່​ສຸດ​ຕ້ອງ​ເຮັດ​ນັ້ນ​ແມ່ນ ສະກັດ​ກັ້ນ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່ ຊີຣີ ພິ​ເສດ​ຕ້ອງ​ເພີ່ມ​ທະວີ​ບັນດາ​ການ​ທາ​ບທ່າມ ​ແລະ ຄວາມ​ມານະ​ພະຍາຍາມ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ຢູ່ ຊີຣີ ຜ່ານ​ມາດ​ຕະການ​ການ​ເມືອງ ​ແລະ ຕາມ​ວິທີ​ການ​ຢ່າງ​ຊັດ​ເຈນ.

TAG
ຊີຣີ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ