logo

ລັດ​ເຊຍ ແລະ ອິນ​ເດຍ ກຳ​ນົດ​ເວ​ລາ​ຈັດ​​ການ​ພົບ​ປະ​ສຸດຍອດ

2025/9/18 | 08:08:30
(VOVWORLD) - ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ໄດ້ດຳເນີນການໂອ້ລົມທາງໂທລະສັບເພື່ອປຶກສາຫາລືກ່ຽວກັບການພົວພັນສອງຝ່າຍ ແລະ ສະພາບການກ່ຽວຂ້ອງເຖິງການ ປະທະກັນຢູ່ຢູແກຼນ.
ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi  (ພາບ: Sputnik/Alexander Kazakov/REUTERS )

ວັນທີ 17 ກັນຍາ, ວັງ Kremlin ແຈ້ງໃຫ້ຊາບວ່າ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ໄດ້ດຳເນີນການໂອ້ລົມທາງໂທລະສັບເພື່ອປຶກສາຫາລືກ່ຽວກັບການພົວພັນສອງຝ່າຍ ແລະ ສະພາບການກ່ຽວຂ້ອງເຖິງການ ປະທະກັນຢູ່ຢູແກຼນ. ຢູ່ການໂອ້ລົມທາງໂທລະສັບ, ທ່ານປະທານາທິບໍດີ Putin ຢັ້ງຢືນການພົວພັນລະຫວ່າງ ລັດເຊຍ ແລະ ອິນເດຍ ຍາມໃດກໍ່ເປັນມິດ ໃນຕະຫຼອດໄລຍະປະຫວັດສາດແຫ່ງຍຸກສະໄໝ, ອີງຕາມການສະໜັບສະໜູນຂອງປະຊາຊົນສອງປະເທດ. ການນຳສອງທ່ານລ້ວນແຕ່ສະແດງຄວາມເພິ່ງພໍໃຈຕໍ່ການພັດທະນາຢ່າງສຳເລັດຜົນຂອງການພົວພັນສອງຝ່າຍໃນຈຸດເວລາປັດຈຸບັນ. ນອກຈາກນັ້ນ, ສອງຝ່າຍກໍ່ເຕື້ອງເຖິງການກະກຽມໃຫ້ແກ່ການຢ້ຽມຢາມອິນເດຍຂອງທ່ານປະທະນາທິບໍດີ ລັດເຊຍໃນເດືອນ ທັນວາຈະມາເຖິງ, ພ້ອມທັງແລກປ່ຽນກ່ຽວກັບບັນດາບັນຫາສາກົນ, ໃນນັ້ນມີສະພາບການທີ່ກ່ຽວຂ້ອງເຖິງ ຢູແກຼນ.

TAG
VOV/VOVworld/ລັດ​ເຊຍ/ອິນ​ເດຍ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ