logo

ລັດ​ເຊຍ ແລະ ອິນ​ເດຍ ຊຸກ​ຍູ້​ການ​ຮ່ວມ​ມື​ນິວ​ເຄຼຍ​ໃໝ່

2025/11/11 | 07:44:48
(VOVWORLD) - ວັນທີ 10 ພະຈິກ, ກຸ່ມບໍລິສັດນິວເຄຼຍແຫ່ງລັດ ລັດເຊຍ Rosatom ແຈ້ງໃຫ້ຊາບວ່າ ລັດເຊຍ ແລະ ອິນເດຍ ຈະພັດທະນາບັນດາໂຄງການໂຮງງານນິວເຄຼຍ (NPP) ດ້ວຍກຳລັງຕິດຕັ້ງໃຫຍ່ ແລະ ນ້ອຍ ແລະ ຮ່ວມມືໃນວົງຈອນເຊື້ອເພີງນິວເຄຼຍ.
ກຸ່ມບໍລິສັດນິວເຄຼຍແຫ່ງລັດ ລັດເຊຍ Rosatom (ພາບ: REUTERS/Ramil Sitdikov)

Rosatom ໃຫ້ຮູ້ວ່າ ໃນການພົບປະຫວ່າງມໍ່ໆນີ້ ລະຫວ່າງ ທ່ານ Alexey Likhachev ຜູ້ອຳນວຍການໃຫຍ່ຝ່າຍບໍລິຫານ  Rosatom ແລະ ທ່ານ Ajit Kumar Mohanty ຫົວໜ້າກົມພະລັງງານປະລະມານູ ອິນເດຍ (DAE) ຢູ່ Mumbai, ອິນເດຍ, ສອງຝ່າຍໄດ້ເຕື້ອງເຖິງການເປີດກວ້າງການພົວພັນຄູ່ຮ່ວມມື, ລວມທັງການພັດທະນາບັນດາໂຄງການໂຮງງານໄຟຟ້ານິວເຄຼຍຂະໜາດໃຫຍ່ ແລະ ນ້ອຍ, ກໍຄືການຮ່ວມມືໃນວົງຈອນເຊື້ອເພີງນິວເຄຼຍ.

ກ່ອນໜ້ານັ້ນ, ເດືອນ ສິງຫາ ຜ່ານມາ, ທ່ານ Denis Manturov ຮອງນາຍົກລັດຖະມົນຕີ ລັດເຊຍ ໃຫ້ຮູ້ວ່າ ລັດເຊຍ ປາດຖະໜາຢາກເປີດກວ້າງການຮ່ວມມືຮອບດ້ານກັບ ອິນເດຍໃນຂົງເຂດພະລັງງານນິວເຄຼຍ ເພື່ອຈຸດປະສົງສັນຕິພາບ, ອີງໃສ່ຜົນສຳເລັດຈາກໂຄງການໂຮງງານໄຟຟ້ານິວເຄຼຍ Kudankulam ເຊິ່ງສອງປະເທດຮ່ວມມືກໍ່ສ້າງ.

TAG
VOV/VOVworld/ພະລັງງານປະລະມານູ ອິນເດຍ/ລັດ​ເຊຍ/ອີນ​ເດຍ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ