logo

ລັດເຊຍ ໃຫ້ຂໍ້ສັງເກດໂອກາດຫັນການພົວພັນ ລັດເຊຍ - ອາເມລິກາ ເປັນປົກກະຕິໄດ້ເປີດອອກແລ້ວ

2025/11/17 | 11:53:50
(VOVWORLD) - ໃນສະພາບການໂລກເປັນຫຼາຍຂົ້ວຄືປະຈຸບັນ, ໂອກາດຫັນການພົວພັນລະຫວ່າງ ລັດເຊຍ - ອາເມລິກາ ເປັນປົກກະຕິໄດ້ເປີດອອກ ໂດຍອີງໃສ່ບັນດາຫຼັກການສະເໝີຕົ້ນສະເໝີປາຍ

        ວັນທີ 16 ພະຈິກ, ສະຖານທູດ ລັດເຊຍ ປະຈຳ ວໍຊິງຕັນ ດີຊີ (ອາເມລິກາ) ຖືວ່າ ໂອກາດຫັນການພົວພັນ ລັດເຊຍ - ອາເມລິກາ ເປັນປົກກະຕິໄດ້ເປີດອອກແລ້ວ ແລະ 2 ຝ່າຍມີແງ່ຫວັງປັບປຸງການພົວພັນຮ່ວມມືໃນສະພາບການປະຈຸບັນ. ສະຖານທູດ ລັດເຊຍ ຍົກອອກຄຳຖະແຫຼງດັ່ງກ່າວກົງກັບພິທີສະເຫຼີມສະຫຼອງ 92 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ລັດເຊຍ ແລະ ອາເມລິກາ (16 ພະຈິກ 1933 – 16 ພະຈິກ 2025).

        ແຈ້ງການຂອງສະຖານທູດ ລັດເຊຍ ເນັ້ນໜັກວ່າ ໃນສະພາບການໂລກເປັນຫຼາຍຂົ້ວຄືປະຈຸບັນ, ໂອກາດຫັນການພົວພັນລະຫວ່າງ ລັດເຊຍ - ອາເມລິກາ ເປັນປົກກະຕິໄດ້ເປີດອອກ ໂດຍອີງໃສ່ບັນດາຫຼັກການສະເໝີຕົ້ນສະເໝີປາຍ, ເຄົາລົບຜົນປະໂຫຍດແຫ່ງຊາດ ແລະ ພ້ອມກັນຄົງຕົວດ້ວຍສັນຕິພາບ. ສະຖານທູດ ລັດເຊຍ ກໍ່ຮັບຮອງວ່າ ເຖິງວ່າການພົວພັນ 2 ຝ່າຍກໍ່ມີຕອນຂຶ້ນຕອນລົງກໍ່ຕາມ, ແຕ່ 2 ປະເທດຍາມໃດກໍ່ຊອກຫາມາດຕະການແກ້ໄຂ ແລະ ມີສະຕິຢ່າງຈະແຈ້ງໜ້າທີ່ຂອງຕົນໃນການຮັກສາຄວາມໝັ້ນຄົງທົ່ວໂລກ.

TAG
VOV/VOVworld/ແຫ່ງ​ຊາດ/ພ້ອມ​ກັນ/​ຄົງ​ຕົວ/ສັນ​ຕິ​ພາບ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ