logo

ລັດ​ເຊຍ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ໂຕ້​ຕອບ ເມື່ອ​ວົງ​ການນັກ​ການ​ທູດ ມົດ​ສະ​ກູ ຖືກ ອີ​ຢູ ຈຳ​ກັດ​ການ​ໄປ​ມາ

2025/10/8 | 11:22:22
(VOVWORLD) -  ວັນທີ 7 ຕຸລາ, ລັດເຊຍ ໄດ້ຢັ້ງຢືນວ່າ ຈະມີປະຕິກິລິຍາເໝາະສົມ ຕໍ່ແຜນການຂອງ ສະຫະພາບເອີຣົບ (ອີຢູ) ແນໃສ່ຈຳກັດການເຄື່ອນຍ້າຍຂອງບັນດານັກການທູດ ລັດເຊຍ, ຕຳໜິຕິຕຽນ ເອີຣົບ “ພວມຟື້ນຟູທັກສະສ້າງບັນດາກຳແພງຂວາງກັນໃໝ່”.
ທ່ານ Dmitry Peskov ໂຄສົກວັງ Kremlin  (ພາບ: IRNA/TTXVN)

ປະຕິກິລິຍາຂອງ ມົດສະກູ ໄດ້ຍົກອອກມາພາຍຫຼັງທີ່ລັດຖະບານບັນດາປະເທດ ອີຢູ ເຫັນດີເພີ່ມທະວີຂໍ້ກຳນົດການໄປມາຂອງບັນດານັກການທູດ ລັດເຊຍ, ໃນສະພາບການເພີ່ມຄວາມວິຕົກກັງວົນກ່ຽວກັບການເຄື່ອນໄຫວສືບແນມ ແລະ ມ້າງທຳລາຍໂດຍ ລັດເຊຍ ອຸປະຖຳ.

        ຕາມແຜນການໃໝ່, ບັນດານັກການທູດ ລັດເຊຍ ຖືກແຕ່ງຕັ້ງໄປຍັງປະເທດສະມາຊິກ ອີຢູນັ້ນ ຈະຕ້ອງແຈ້ງໃຫ້ອຳນາດການປົກຄອງປະເທດອື່ນຮັບຊາດ, ກ່ອນທີ່ເຄື່ອນຍ້າຍອອກຈາກຊາຍແດນປະເທດປະຈຳຖິ່ນ. ຂໍ້ກຳນົດດັ່ງກ່າວອະນຸຍາດໃຫ້ບັນດາລັດຖະບານປະເທດສະມາຊິກ ມີສິດປະຕິເສດການອະຍຸຍາດໃຫ້ເຂົາເຈົ້າເຂົ້າເມືອງ. ມາດຕະການໂດຍ ສ.ເຊັກໂກ ລິເລີ່ມ, ນອນໃນບ້ວງລົງໂທດໃໝ່ຂອງ ບຣຸກແຊນ ແນໃສ່ໂຕ້ຕອບບັ້ນການທະຫານພິເສດຂອງ ລັດເຊຍ ເລັ່ງໃສ່ ຢູແກຼນ.


TAG
VOV/VOVworld/ນັກການທູດ ລັດເຊຍ/ລັດ​ເຊຍ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ