logo

ລະດົມການສະໜັບສະໜູນຈາກສາກົນໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ

2025/12/11 | 09:14:47
(VOVWORLD) - ສະພາແຫ່ງຊາດ ອາເມລິກາ ສືບຕໍ່ຮັກສາແຫຼ່ງງົບປະມານແກ້ໄຂສະພາບມົນລະພິດ ແລະ ຊ່ວຍເຫຼືອຄົນພິການ, ໃນນັ້ນມີຜູ້ຕິດທາດພິດສີສົ້ມ.
ພິທີມອບໃບຢັ້ງຢືນໃຫ້ແກ່ໝູ່ຄະນະ, ບຸກຄົນທີ່ມີການປະກອບສ່ວນຫຼາຍຢ່າງໃນການໜູນຊ່ວຍຜູ້ຜູ້ຕິດທາດພິດສີສົ້ມ
(ພາບ: TTXVN)

        ທີ່ກອງປະຊຸມສະຫຼຸບ 10 ປີຂອງການປະຕິບັດຄຳສັ່ງຂອງຄະນະເລຂາທິການກ່ຽວກັບການເພີ່ມທະວີການຊີ້ນຳຂອງພັກ ຕໍ່ວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດເຄມີທີ່ ອາເມລິກາ ໄດ້ນຳໃຊ້ໃນສົງຄາມຢູ່ ຫວຽດນາມ, ທີ່ຈັດຂຶ້ນໃນວັນທີ 10 ທັນວາ, ຢູ່ ຮ່າໂນ້ຍ. ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ນ/ດີໂອຊິນ ຫວຽດນາມ (VAVA) ໃຫ້ຮູ້ວ່າ ສະພາແຫ່ງຊາດ ອາເມລິກາ ສືບຕໍ່ຮັກສາແຫຼ່ງງົບປະມານແກ້ໄຂສະພາບມົນລະພິດ ແລະ ຊ່ວຍເຫຼືອຄົນພິການ, ໃນນັ້ນມີຜູ້ຕິດທາດພິດສີສົ້ມ. ປີ 2023, ອາເມລິກາ ເພີ່ມຈຳນວນເງິນຕື່ມອີກ 30 ລ້ານ USD ໃຫ້ແກ່ບັນດາໂຄງການຢູ່ ຫວຽດນາມ ເພື່ອເປີດກວ້າງການໜູນຊ່ວຍໂດຍກົງໃຫ້ແກ່ຜູ້ປະສົບເຄາະຮ້າຍ. ຕາມທ່ານນາງ Courtney Beale, ຮອງເອກອັກຄະລັດຖະທູດ ຄະນະຜູ້ແທນການຕ່າງປະເທດ ອາເມລິກາ ປະຈຳ ຫວຽດນາມ ແລ້ວ, ອາເມລິກາ ຈະສືບຕໍ່ສະໜັບສະໜູນ VAVA, ກະຊວງສາທາລະນະສຸກ, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ນ/ດີໂອຊິນ ຫວຽດນາມ, ບັນດາທ້ອງຖິ່ນເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ໃນນັ້ນມີບັນຫາທາດພິດສີສົ້ມ/ດີໂອຊິນ.

        ນອກນັ້ນ, ລັດຖະສະພາ ເອີລົບ ຈຳນວນໜຶ່ງ, ໃນນັ້ນມີສະພາຕ່ຳ ແບນຊິກ, ກໍ່ຮັບຮອງເອົາມະຕິສະໜັບສະໜູນຜູ້ປະສົບເຄາະຮ້າຍ ຫວຽດນາມ.

TAG
VOV/VOVworld/​ທ້ອງ​ຖິ່ນ​/ແກ້​ໄຂ/​ຜົນ​ຮ້າຍ/ຢ້ອນ​ຫຼັງ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ