logo

ລະ​ດົມໄດ້​ກວ່າ 30 ລ້ານ USD ຊ່ວຍ​ເຫຼືອ​ພໍ່​ແມ່​ປະ​ຊາ​ຊົນ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ພາ​ຍຸ​ ບົວ​ລອຍ

2025/10/7 | 07:45:26
(VOVWORLD) - ໄລ່ຮອດ 17 ໂມງ 00 ນາທີ ຂອງວັນທີ 06 ຕຸລາ, ບັນດາແຂວງ, ນະຄອນ, ສ່ວນບຸກຄົນ, ຫົວໜ່ວຍ, ອົງການຈັດຕັ້ງ… ໄດ້ບໍລິຈາກ ແລະ ລົງທະບຽນບໍລິຈາກເງິນຊ່ວຍເຫຼືອພໍ່ແມ່ພີ່ນ້ອງບັນດາແຂວງ, ນະຄອນ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ ບົວລອຍ ຜ່ານຄະນະຂົນຂວາຍການກູ້ຊ່ວຍສູນກາງ ເກືອບ 752,7 ຕື້ດົ່ງ.
ກຸ່ມບໍລິສັດອຸດສາຫະກຳ ຖ່ານຫີນ - ບໍ່ແຮ່ ຫວຽດນາມ ບໍລິຈາກ 10 ຕື້ດົ່ງເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸບົວລອຍ (ພາບ: VGP)

ວັນທີ 06 ຕຸລາ, ຢູ່ຮ່າໂນ້ຍ, ທ່ານ ໂດະວັນຈຽນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໃຫ້ຮູ້ວ່າ ໄລ່ຮອດ 17 ໂມງ 00 ນາທີ ຂອງວັນທີ 06 ຕຸລາ, ບັນດາແຂວງ, ນະຄອນ, ສ່ວນບຸກຄົນ, ຫົວໜ່ວຍ, ອົງການຈັດຕັ້ງ… ໄດ້ບໍລິຈາກ ແລະ ລົງທະບຽນບໍລິຈາກເງິນຊ່ວຍເຫຼືອພໍ່ແມ່ພີ່ນ້ອງບັນດາແຂວງ, ນະຄອນ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ ບົວລອຍ ຜ່ານຄະນະຂົນຂວາຍການກູ້ຊ່ວຍສູນກາງ ເກືອບ 752,7 ຕື້ດົ່ງ (ກວ່າ 30 ລ້ານ USD). ທ່ານປະທານ ໂດະວັນຈຽນ ປາດຖະໜາວ່າ ໃນໄລຍະຈະມາເຖິງສືບຕໍ່ໄດ້ຮັບການຊ່ວຍເຫຼືອຈາກບັນດາອົງການ, ວິສາຫະກິດ, ອົງການຈັດຕັ້ງ, ໝູ່ຄະນະ, ສ່ວນບຸກຄົນຢູ່ພາຍໃນ ແລະ ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ຊາວຕ່າງປະເທດທີ່ເຮັດວຽກ, ດຳລົງຊີວິດຢູ່ ຫວຽດນາມ, ເພື່ອເພີ່ມແຫຼ່ງກຳລັງຊ່ວຍເຫຼືອພໍ່ແມ່ປະຊາຊົນບັນດາແຂວງ ສ້າງຊີວິດຄືນໃໝ່ ພາຍຫຼັງຖືກຜົນກະທົບຈາກພາຍຸ, ນ້ຳຖ້ວມໃນໄລຍະຜ່ານມາ.

ໃນເດືອນກັນຍາຜ່ານມາ, ພາຍຸ ຣາກາຊາ ແລະ ບົວລອຍ ໄດ້ກໍ່ຜົນຮ້າຍຢ່າງໜັກໜ່ວງໃຫ້ແກ່ປະຊາຊົນຢູ່ຫຼາຍທ້ອງຖິ່ນ. ພິເສດ, ພາຍຸ ບົວລອຍ ແລະ ຝົນຕົກໜັກພາຍຫຼັງພາຍຸ ໄດ້ກໍ່ຜົນເສຍຫາຍຢ່າງໜັກໜ່ວງທັງດ້ານຊີວິດອິນຊີ, ຊັບສິນຢູ່ບັນດາທ້ອງຖິ່ນໃນເຂດພາກເໜືອ ແລະ ພາກກາງຕອນເໜືອຂອງ ຫວຽດນາມ.


 

TAG
VOV/VOVworld/ບໍ​ລິ​ຈາກ/ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ພາ​ຍຸ ບົວ​ລອຍ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ