logo

ລ​າງວັນ​ທ່ອງ​ທ່ຽວ​ ຫວຽດ​ນາມ 2025: ເຊີດ​ຊູ 113 ວິ​ສາ​ຫະ​ກິດ, ຫົວ​ໜ່ວຍ

2025/9/27 | 06:53:00
(VOVWORLD) - ຕອນເຊົ້າວັນທີ 27 ກັນຍາ, ກົມແຫ່ງຊາດ ຫວຽດນາມ ສົມທົບກັບໜັງສືພິມວັດທະນະທຳ ໄດ້ຈັດພິທີມອບລາງວັນທ່ອງທ່ຽວ ຫວຽດນາມ ປີ 2025. ລາງວັນທ່ອງທ່ຽວ ຫວຽດນາມ ປີ 2025 ແມ່ນລາງວັນທີ່ມີອິດທິພົນຊື່ສຽງທີ່ສຸດຂອງຂະແໜງທ່ອງທ່ຽວ ຫວຽດນາມ.
(ພາບ: VGP)

    ຕາມຄະນະຈັດຕັ້ງ, ລາງວັນທ່ອງທ່ຽວ ຫວຽດນາມ ປີ 2025 ແມ່ນຄັ້ງທີ 20 ໄດ້ຈັດຂຶ້ນ. ຜ່ານລາງວັນປີນີ້, ຂະແໜງທ່ອງທ່ຽວ ໄດ້ປຸກລຸກຂະບວນການແຂ່ງຂັນກັນປ່ຽນແປງໃໝ່, ຍົກສູງຄຸນນະພາບການບໍລິການ, ຫັນຜະລິດຕະພັນເປັນຫຼາຍຮູບຫຼາຍແບບ, ເພີ່ມລັກສະນະເປັນມືອາຊີບຂອງບັນດາວິສາຫະກິດ, ຫົວໜ່ວຍທີ່ກ່ຽວຂ້ອງ, ສ້າງເຄື່ອງໝາຍທ່ອງທ່ຽວທ້ອງຖິ່ນ, ເຄື່ອງໝາຍແຫ່ງຊາດ, ເຄື່ອງໝາຍວິສາຫະກິດ ແລະ ເຄື່ອງວໝາຍຜະລິດຕະພັນເທື່ອລະກ້າວ. ນີ້ແມ່ນພື້ນຖານສຳຄັນ ເພື່ອໃຫ້ການທ່ອງທ່ຽວ ຫວຽດນາມ ພັດທະນາຢ່າງແຮງ, ກາຍເປັນຂະແໜງເສດຖະກິດປາຍແຫຼມຂອງປະເທດຊາດ.

    113 ວິສາຫະກິດ, ຫົວໜ່ວຍດີເດັ່ນໃນຂົງເຂດການທ່ອງທ່ຽວໄດ້ຮັບການເຊີດຊູທີ່ລາງວັນທ່ອງທ່ຽວ ຫວຽດນາມ ປີ 2025 ໄດ້ສ່ອງແສງໃຫ້ເຫັນຄວາມຮອບດ້ານໃນການພັດທະນາເປັນຫຼາຍຮູບຫຼາຍແບບຂອງຂະແໜງທ່ອງທ່ຽວ ຫວຽດນາມ, ຈາກການທ່ອງທ່ຽວ, ພັກເຊົ່າ, ຂົນສົ່ງ, ຮ້ານອາຫານ, ສະປາ, ຕະຫຼອດຮອດການບ່ຳລຸງສ້າງ, ສື່ສານ ແລະ ປະດິດສ້າງຜະລິດຕະພັນ…

ໃນ 8 ເດືອນຕົ້ນປີ 2025, ຂະແໜງທ່ອງທ່ຽວໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 14 ລ້ານເທື່ອຄົນ, ຮັບໃຊ້ແຂກພາຍໃນປະເທດ 106 ລ້ານເທື່ອຄົນ. ໃນປີ 2025, ຂະແໜງທ່ອງທ່ຽວສູ້ຊົນຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 25 ລ້ານເທື່ອຄົນ, ຮັບໃຊ້ແຂກພາຍໃນປະເທດ 150 ລ້ານເທື່ອຄົນ. ນຳ ຫວຽດນາມ ກາຍເປັນຈຸດນັດພົບທີ່ປອດໄພ, ເປັນມິດ, ດູດດື່ມໃຈອັນດັບໜຶ່ງໃນພາກພື້ນ ແລະ ໂລກ.

TAG
VOV/VOVworld/ລ​າງວັນ​ທ່ອງ​ທ່ຽວ​ ຫວຽດ​ນາມ 2025/113 ວິ​ສາ​ຫະ​ກິດ/ຫົວ​ໜ່ວຍ/​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ເກືອບ 14 ​ລ້ານເທື່ອ​ຄົນ/

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ