logo

ລ້າງ​ເຊີນ ​ປະ​ກາດ​ນາມ​ມະ​ຍົດ ໝ​ຼ່​ບ້ານ​ທ່ອງ​ທ່ຽວ ດີ​ທີ່​ສຸດ​ໃນ​ໂລກ 2025

2025/11/8 | 08:34:51
(VOVWORLD) - ລາງວັນນີ້ບໍ່ພຽງແຕ່ເຊີດຊູສະຖານທີ່ທ່ອງທ່ຽວທ້ອງຖິ່ນຂອງລ້າງເຊີນເທົ່ານັ້ນ ຫາກຍັງປະກອບສ່ວນຊ່ວຍການທ່ອງທ່ຽວ ຫວຽດນາມ ກຳນົດທິດ, ຊຸກຍູ້ ແລະ ພັດທະນາຂະແໜງການທ່ອງທ່ຽວຕາມທິດຍືນຍົງ, ມີຄວາມຮັບຜິດຊອບ.
ພາບປະກອບ: VOV

ໝູ່ບ້ານທ່ອງທ່ຽວເຂດຊຸມຊົນ ກິ່ງເຊີນ (ລ້າງເຊີນ) ຫາກໍ່ມີຄວາມເປັນກຽດໄດ້ຮັບນາມມະຍົດ “ໝູ່ບ້ານທ່ອງທ່ຽວດີທີ່ສຸດໃນໂລກ 2025” ໂດຍອົງການທ່ອງທ່ຽວ ສປຊ (UN Tourism) ມອບໃຫ້. ບັນດາສະຖານທີ່ໄດ້ຮັບລາງວັນໃນຄັ້ງນີ້ ໄດ້ຮັບການຄັດເລືອກຈາກສຳເນົາເອກະສານ 270 ຊຸດທີ່ມາຈາກ 65 ປະເທດ, ອີງຕາມມາດຖານກ່ຽວກັບຄຸນຄ່າລັກແຫຼ່ງ ດ້ານຊັບພະຍາກອນທຳມະຊາດ ແລະ ວັດທະນະທຳທ້ອງຖິ່ນ, ພ້ອມທັງມີບັນດາການກະທຳປ່ຽນແປງໃໝ່, ໃຫ້ຄຳໝັ້ນສັນຍາພັດທະນາການທ່ອງທ່ຽວເໝາະສົມກັບເປົ້າໝາຍພັດທະນາແບບຍືນຍົງຂອງ ສປຊ.

ລາງວັນນີ້ບໍ່ພຽງແຕ່ເຊີດຊູສະຖານທີ່ທ່ອງທ່ຽວທ້ອງຖິ່ນຂອງລ້າງເຊີນເທົ່ານັ້ນ ຫາກຍັງປະກອບສ່ວນຊ່ວຍການທ່ອງທ່ຽວ ຫວຽດນາມ ກຳນົດທິດ, ຊຸກຍູ້ ແລະ ພັດທະນາຂະແໜງການທ່ອງທ່ຽວຕາມທິດຍືນຍົງ, ມີຄວາມຮັບຜິດຊອບ ແລະ ນຳມາເຊິ່ງຜົນປະໂຫຍດທາງດ້ານເສດຖະກິດ, ວັດທະນະທຳເຂດຊຸມຊົນຢູ່ທ້ອງຖິ່ນ, ກໍ່ຄືສ້າງທີ່ຕັ້ງບົດບາດຂອງ ການທ່ອງທ່ຽວ ລ້າງເຊີນໃນແຜນທີ່ການທ່ອງທ່ຽວໂລກ.

TAG
VOV/VOVworld/ລ້າງ​ເຊີນ/ການ​ທ່ອງ​ທ່ຽວ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ