logo

ລາຊະອານາຈັກ ອັງກິດ ຖື ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຢູ່ ອາຊີ - ປາຊີຟິກ

2025/10/15 | 08:40:20
(VOVWORLD) - ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກພ້ອມກັບ ອັງກິດ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດໃຫ້ເຂົ້າສູ່ລວງເລິກ, ມີປະສິດທິຜົນ, ສອດຄ່ອງກັບຜົນປະໂຫຍດຂອງ 2 ປະເທດ.
ທ່ານນາງ ເລທິທຸຮັ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ແລະ ທ່ານນາງ Seema Maholtra, ຮອງລັດຖະມົນຕີກະຊວງການຕ່າງປະເທດ ອັງກິດ
(ພາບ: baoquocte.vn)

        ໃນຂອບເຂດການໄປປະຕິບັດງານຢູ່ລາຊະອານາຈັກ ອັງກິດ, ວັນທີ 13 ຕຸລາ (ຕາມເວລາທ້ອງຖິ່ນ), ທ່ານນາງ ເລທິທຸຮັ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ມີການເຮັດວຽກກັບທ່ານນາງ Seema Maholtra, ຮອງລັດຖະມົນຕີກະຊວງການຕ່າງປະເທດ ອັງກິດ, ຢູ່ສຳນັກງານກະຊວງການຕ່າງປະເທດ ອັງກິດ.

        ຢູ່ທີ່ນີ້, ທ່ານນາງ ເລທິທຸຮັ່ງ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກພ້ອມກັບ ອັງກິດ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດໃຫ້ເຂົ້າສູ່ລວງເລິກ, ມີປະສິດທິຜົນ, ສອດຄ່ອງກັບຜົນປະໂຫຍດຂອງ 2 ປະເທດ.

        ສ່ວນທ່ານນາງ Seema Maholtra ປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ຫວຽດນາມ ຢ່າງຮອບດ້ານ, ໂດຍສະເພາະແມ່ນໃນຂົງເຂດການເມືອງ - ການທູດ, ຄວາມໝັ້ນຄົງ, ການຄ້າ, ການເງິນ, ການສຶກສາ, ການຫັນປ່ຽນພະລັງງານ ແລະ ການພັດທະນາແບບຍືນຍົງ.

        2 ຝ່າຍກໍ່ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ບົນພື້ນຖານນຳໃຊ້ສົນທິສັນຍາການຄ້າ 2 ຝ່າຍ ສັນຍາການຄ້າເສລີ ຫວຽດນາມ - ລາຊະອານາຈັກ ອັງກິດ ແລະ ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ, ຊຸກຍູ້ການຮ່ວມມືດ້ານວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ ກໍຄືວັດທະນະທຳ, ການສຶກສາ ແລະ ພົວພັນແລກປ່ຽນປະຊາຊົນ…

TAG
VOV/VOVworld/ສັນ​ຍາ/​ການ​ຄ້າ/​ເສ​ລີ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ