logo

ລາຍການທ່ອງທ່ຽວລົງຕົວຈິງທີ່ເປັນເອກະລັກສະເພາະ “ຮ່າໂນ້ຍ - ສຳຜັດຄວາມຊົງຈຳ” ຕ້ອນຮັບປີໃໝ່

2025/12/28 | 11:19:39
(VOVWORLD) -  ລາຍການລວມມີ ການເດີນທາງຜ່ານ 9 ເຂດມໍລະດົກ ຄື: ເຂດປູຊະນີຍະສະຖານແຫ່ງຊາດພິເສດ ວິຫານ ກວານແທັງ; ວິຫານ ຖຸຍຈຸງຕຽນ; ເຂດ ເຝີ - ເຂົ້າປຸ້ນ - ເສັ້ນ; ເຂດ ກາເຟ; ເຂດ ເຂົ້າສານ - ເຂົ້າເປືອກ…
(ທ່ານ ຫງວຽນເຢິນຮຸຍ, ຮອງປະທານຄະນະກຳມະການປະຊາຊົນຕາແສງ ບາດິ່ງ, ຮ່າໂນ້ຍ)

ລາຍການໂຄສະນາສະຖານທີ່ທ່ອງທ່ຽວ ດາວງອັກ - ຈຸກແບັກ ແລະ ເປີດຕົວລາຍການທ່ອງທ່ຽວຕົວຈິງ “ຮ່າໂນ້ຍ - ສຳຜັດຄວາມຊົງຈຳ” ໄດ້ຈັດຂຶ້ນໃນຕອນຄ່ຳວັນທີ 27 ທັນວາ, ຢູ່ ຮ່າໂນ້ຍ.

ລາຍການລວມມີ ການເດີນທາງຜ່ານ 9 ເຂດມໍລະດົກ ຄື: ເຂດປູຊະນີຍະສະຖານແຫ່ງຊາດພິເສດ ວິຫານ ກວານແທັງ; ວິຫານ ຖຸຍຈຸງຕຽນ; ເຂດ ເຝີ - ເຂົ້າປຸ້ນ - ເສັ້ນ; ເຂດ ກາເຟ; ເຂດ ເຂົ້າສານ - ເຂົ້າເປືອກ…

ທ່ານ ຫງວຽນເຢິນຮຸຍ, ຮອງປະທານຄະນະກຳມະການປະຊາຊົນຕາແສງ ບາດິ່ງ, ຮ່າໂນ້ຍ, ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າປາດຖະໜາວ່າ ຜ່ານບັນດາສະຖານທີ່ນີ້ ແຂກທີ່ເຂົ້າຮ່ວມຈະເຫັນໄດ້ດ້ານວັດທະນະທຳ, ປະຫວັດສາດ, ອາຫານການກິນ, ຮີດຄອງປະເພນີ, ການເຫຼື້ອມໄສຊື່ຖືຂອງຊາວ ຮ່າໂນ້ຍ. ແລະກໍ່ຊ່ວຍໃຫ້ແຂກທ່ອງທ່ຽວສາມາດຮູ້ໄດ້ວ່າ ຊາວ ຮ່າໂນ້ຍ ແມ່ນຄືແນວໃດ, ການດຳລົງຊີວິດປະຈຳວັນຄືແນວໃດ ແລະ ພວກເຮົາພວມປົກປັກຮັກສາ, ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳ, ປະຫວັດສາດຂອງນະຄອນຫຼວງຄືແນວໃດ”.

ປີ 2026, ຂະແໜງທ່ອງທ່ຽວທາງນະຄອນ ສູ້ຊົນດຶງດູດແຂກທ່ອງທ່ຽວກວ່າ 35,8 ລ້ານເທື່ອຄົນ, ເພີ່ມຂຶ້ນປະມານ 6% ເມື່ອທຽບໃສ່ປີ 2025, ໃນນັ້ນແຂກທ່ອງທ່ຽວສາກົນປະມານ 8 ລ້ານເທື່ອຄົນ. ຍອດລາຍຮັບຈາກແຂກທ່ອງທ່ຽວບັນລຸກວ່າ 160.000 ຕື້ດົ່ງ (ກວ່າ 6 ຕື້ USD).

TAG
VOV/VOVworld/ເຝີ/ເຂົ້າ​ປຸ້ນ/ເສັ້ນ/ກາ​ເຟ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ