logo

ລາຍການປະສານສຽງດົນຕີສິລະປະ “ເຊື່ອໝັ້ນຕໍ່ພັກຕະຫຼອດໄປ”

2026/1/17 | 08:46:54
(VOVWORLD) - ລາຍການໄດ້ວາດພາບການເດີນທາງອັນສະຫງ່າລາສີຂອງພັກກອມມູນິດ ຫວຽດນາມ ນັບແຕ່ລະດູໃບໄມ້ຫຼົ່ນປະຫວັດສາດ 1930 ມາຮອດສັງກາດພັດທະນາໃໝ່ຂອງປະເທດຊາດໃນປະຈຸບັນ
(ທີ່ລາຍການປະສານສຽງດົນຕີສິລະປະ)

ຕອນຄ່ຳວັນທີ 16 ມັງກອນ, ຢູ່ ໂຮງລະຄອນ ໂຮ່ເກືອມ ທີ່ ຮ່າໂນ້ຍ ໄດ້ຈັດລາຍການປະສານສຽງດົນຕີສິລະປະພິເສດ “ເຊື່ອໝັ້ນຕໍ່ພັກຕະຫຼອດໄປ” ເນື່ອງໃນໂອກາດສະເຫຼີມສະຫຼອງ 96 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (03 ກຸມພາ 1930 – 03 ກຸມພາ 2026) ແລະ ຂ່ຳນັບຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ ທີ່ຈະຈັດຂຶ້ນໃນອາທິດໜ້າຢູ່ ຮ່າໂນ້ຍ. ລາຍການໂດຍວາລະສານກອມມູນິດ ສົມທົບກັບຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງພັກ, ສະຖານີໂທລະພາບ ຫວຽດນາມ ແລະ ບັນດາຄູ່ຮ່ວມມືຈັດຂຶ້ນ.

ລາຍການໄດ້ວາດພາບການເດີນທາງອັນສະຫງ່າລາສີຂອງພັກກອມມູນິດ ຫວຽດນາມ ນັບແຕ່ລະດູໃບໄມ້ຫຼົ່ນປະຫວັດສາດ 1930 ມາຮອດສັງກາດພັດທະນາໃໝ່ຂອງປະເທດຊາດໃນປະຈຸບັນ ແລະ ກໍ່ເປັນການປຸກລຸກຄວາມເອກອ້າງທະນົງໃຈຂອງຊາດ, ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ພັກ, ປະກອບສ່ວນປະຕິບັດບັນດາເປົ້າໝາຍພັດທະນາເສດຖະກິດ - ສັງຄົມຢ່າງມີໄຊ.

        ຕອນບ່າຍວັນດຽວກັນ, ຢູ່ສູນຄວບຄຸມໂລກລະບາດນະຄອນ ຮ່າໂນ້ຍ, ພະແນກສາທາລະນະສຸກ ຮ່າໂນ້ຍ ໄດ້ຈັດພິທີເລີ່ມເຄື່ອນໄຫວຕອບສະໜອງດ້ານສາທາລະນະສຸກ ຮັບໃຊ້ກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ. ນີ້ແມ່ນການເຄື່ອນໄຫວສຳຄັນ ເພື່ອເປັນເຈົ້າການຜັນຂະຫຍາຍບັນດາແຜນການຮັບປະກັນວຽກງານສາທາລະນະສຸກ, ສົ່ງເສີມສຸຂະພາບ, ການປ້ອງກັນ, ຕ້ານພະຍາດ… ໃນຕະຫຼອດໄລຍະຈັດກອງປະຊຸມໃຫຍ່ຂອງພັກຢູ່ນະຄອນຫຼວງ ຮ່າໂນ້ຍ ໃນອາທິດຈະມາເຖິງ.

TAG
VOV/VOVworld/ເປົ້າ​ໝາຍ/​ພັດ​ທະ​ນາ​/ເສ​ດ​ຖະ​ກິດ/ສັງ​ຄົມ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ