logo

ລາຍ​ການ​ພົບ​ປະ​ມິດ​ຕະ​ພາບ ຊາວ​ໜຸ່ມ ຫວຽດ​ນາມ - ລາວ ປີ 2022

2022/9/10 | 07:38:43
(VOVWORLD) -ລາຍການພົບປະມິດຕະພາບ ຊາວໜຸ່ມຫວຽດນາມ ຫວຽດນາມ - ລາວ ແລະ ລາຍການ “ເດີນຕາມຮອຍຜູ້ນຳ” ປີ 2022 ໂດຍສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ສົມທົບກັບ ສູນກາງຄະນະຊາວໜຸ່ມ ປະຊາຊົນປະຕິວັດ ລາວ ຈະດຳເນີນຢູ່ບາງແຂວງ, ນະຄອນຢູ່ ຫວຽດນາມ ໃນລະຫວ່າງວັນທີ 12 – 18 ກັນຍາ ປີ 2022
ພາບປະກອບ

ລາຍການແມ່ນເຫດການການເມືອງສຳຄັນ, ແທດຈິງຂອງໄວໜຸ່ມສອງປະເທດ ເພື່ອແນໃສ່ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ ຫວຽດນາມ - ລາວ, ແມ່ນໂອກາດເພື່ອໃຫ້ຊາວໜຸ່ມສອງປະເທດຫວນຄືນມູນເຊື້ອຮ່ວມສຳພັນສູ້ຮົບພິເສດ, ການສະໜັບສະໜູນ, ຊ່ວຍເຫຼືອຢ່າງສຸດຈິດສຸດໃຈລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດໃນໄລຍະຕໍ່ສູ້ຍາດເອົາເອກະລາດ ແລະ ໃນພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດໃນປັດຈຸບັນ.

ໃນບັນດາການເຄື່ອນໄຫວຂອງລາຍການລວມມີ: ພິທີໄຂການພົບປະມິດຕະພາບຊາວໜຸ່ມ ຫວຽດນາມ - ລາວ, ກອງປະຊຸມສຳມະນາ “ແນວຄິດຂອງປະທານໂຮ່ຈີມິນ ແລະ ປະທານໄກສອນ ພົມວິຫານ ກັບຊາວໜຸ່ມ ຫວຽດນາມ - ລາວ”…ນອກຈາກນັ້ນ, ບັນດາຜູ້ແທນຈະໄດ້ເຂົ້າຢ້ຽມຊົມບັນດາເຂດປູຊະນີຍະສະຖານປະຫວັດສາດ ທີ່ຕິດພັນກັບການພົວພັນຫວຽດນາມ - ລາວ, ບັນດາສະຖານທີ່ວັດທະນະທຳຂອງ ຫວຽດນາມ ແລະ ກິດຈະກຳອື່ນອີກ.

TAG
VOV/VOVworld/ຊາວ​ໜຸ່ມ/ຫວຽດ​ນາມ/ລາວ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ