logo

ລາຍການພົບປະແລກປ່ຽນ"ຮັກ​ແພງ​ກັນ​ໝາຍ​ໝັ້ນ - ສອງ​ຟາກ​ສາຍ​ພູ​ຫລວງ"

2019/12/8 | 08:41:14
(VOVWORLD) -ຕອນຄ່ຳວັນທີ 7 ທັນວາ ຄະນະກຳມະການຊົນເຜົ່າ ແລະ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ຄະນະກຳມະການປະຊາຊົນແຂວງ ເງ້ອານ ພ້ອມກັບແນວລາວສ້າງຊາດ ແລະ ກະຊວງພາຍໃນ ລາວ ສົມທົບກັນຈັດຕັ້ງ ລາຍການພົບປະແລກປ່ຽນປະຊາຊົນ ແລະ ສະແດງສິລະປະ ດ້ວຍຫົວຂໍ້ "ຮັກແພງກັນໝາຍໝັ້ນ - ສອງຟາກສາຍພູຫລວງ"

ລາຍການ "ຮັກແພງກັນໝາຍໝັ້ນ - ສອງຟາກສາຍພູຫລວງ" 

ພາບ: NgheanTV

ກ່າວຄຳເຫັນນະທີ່ນີ້, ທ່ານ ໂດ໋ວັນຈຽນ ລັດຖະມົນຕີ ຫົວຫນ້າ ຄະນະກຳມະການຊົນເຜົ່າ ກ່າວວ່າ:

“ບົນພື້ນຖານສາຍພົວພັນແບບພິເສດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ - ລາວ, ປະຊາຊົນຊົນເຜົ່າສ່ວນຫນ້ອຍ ດຳລົງຊີວິດລຽບຕາມຊາຍແດນຫວຽດນາມ - ລາວ ຍາມໃດກໍ່ຮຽງບ່າຮຽງໄຫລ່ກັນພ້ອມກັນຕໍ່ສູ້ປົດປ່ອຍຊາດ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ, ແບ່ງສຸກແບ່ງທຸກນຳກັນ. ມູນເຊື້ອອັນດີງາມນັ້ນແມ່ນມີມາແຕ່ດົນນານ ແລະ ໄດ້ສືບທອດຈາກຄົນລຸ້ນນີ້ໄປສູ່ລຸ້ນອື່ນ, ໂດຍໄດ້ຮັບການຮັກສາ, ເພີ່ມພູນຄູນສ້າງນັບມື້ນັບໝັ້ນຄົງຈາກປະຊາຊົນສອງປະເທດ.”

ທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ ຕີລາຄາສູງ ເລື່ອງສອງປະເທດ ຈັດຕັ້ງ ລາຍການພົບປະແລກປ່ຽນວັດທະນະທຳຂອງປະຊາຊົນຊົນເຜົ່າສ່ວນຫນ້ອຍ ຜູ້ມີອິດທິພົນ ຊື່ງດຳລົງຊີວິດລຽບຕາມຊາຍແດນ ຫວຽດນາມ - ລາວ, ລາວ - ຫວຽດນາມ ແລະ ຖືນີ້ ແມ່ນເຫດການການເມືອງສຳຄັນ ປະກອບສ່ວນເສີມສ້າງ ແລະ ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງສອງປະເທດເວົ້າລວມ ແລະ ເຂົ້າໃນການສ້າງຊາຍແດນລະຫວ່າງສອງປະເທດໃຫ້ກາຍເປັນຊາຍແດນສັນຕິພາບ, ມິດຕະພາບ ແລະ ການພັດທະນາເວົ້າສະເພາະ.

TAG
VOV/VOVworld/ການເມືອງ/ມິດຕະພາບ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ