logo

ລາຍການວິຈານການເມືອງ - ສະແດງສິລະປະພິເສດຖະຫວາຍແດ່ ປະທານໂຮ່ຈີມິນ - “ຄວາມຮັກຕໍ່ລຸງໂຮ່”

2019/8/22 | 12:24:00
(VOVWORLD) -ຕອນຄ່ຳວັນທີ 21 ສິງຫາ, ວິທະຍຸກະຈາຍສຽງຫວຽດນາມ (VOV) ໄດ້ສົມທົບກັບແຂວງເງະອານ ແລະ ນະຄອນໂຮ່ຈີມິນ ຈັດຕັ້ງລາຍການວິຈານການເມືອງ - ສະແດງສິລະປະພິເສດຖະຫວາຍແດ່ປະທານໂຮ່ຈີມິນ - “ຄວາມຮັກຕໍ່ລຸງໂຮ່”.

ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນລຸງໂຮ່ ມໍລະນະກຳ, 50 ປີແຫ່ງວັນທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບຫວຽດນາມ ປະຕິບັດຄຳພິໄນກຳທີ່ສັກກະລະບູຊາຂອງເພິ່ນ, VOV ໄດ້ສົມທົບກັບແຂວງເງະອານ - ເຊິ່ງແມ່ນບ້ານເກີດເມືອງນອນຂອງເພີ່ນ ແລະ ນະຄອນໂຮ່ຈີມິນ - ນະຄອນທີ່ໃສ່ຊື່ເພິ່ນ, ໄດ້ຈັດລາຍການວິຈານການເມືອງ - ສະແດງແດງສິລະປະພິເສດຖະຫວາຍແດ່ປະທານໂຮ່ຈີມິນ - “ຄວາມຮັກຕໍ່ລຸງໂຮ່”
ຢູ່ 3 ສະຖານທີ່ອອກອາກາດສົດ - ຖ່າຍທອດສົດທາງໂທລະພາບ ໄດ້ປະຕິບັດຢູ່ໂຮງລະຄອນ VOV (ຖະໜົນເລກທີ 58, ກວ໊ານຊື໊, ຮ່າໂນ້ຍ), ເຂດປູຊະນີຍະສະຖານກິມລຽນ (ເມືອງນາມດ່ານ, ແຂວງເງະອານ) ແລະ ທ່າກ່ຳປັ່ນ ຍ່າຣົ່ງ (ນະຄອນໂຮ່ຈີມິນ). ພາບ: ເວທີການສະແດງຕັ້ງຢູ່ທ່າກ່ຳປັ່ນຍ່າຣົ່ງ.
ເຂົ້າຮ່ວມລາຍການຢູ່ສະຖານທີ່ຖ່າຍທອດ ຮ່າໂນ້ຍ ມີທ່ານ ເຈິ່ນກ໊ວກເວື້ອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດຫວຽດນາມ.
ທ່ານ ຫງວຽນວັນບິ່ງ, ກຳມະການກົມການເມືອງ, ເລຂາສູນກາງພັກກອມມູນິດຫວຽດນາມ, ຫົວໜ້າຄະນະເສດຖະກິດສູນກາງ ຈັບມືບັນດາຜູ້ແທນເຂົ້າຮ່ວມລາຍການຢູ່ຮ່າໂນ້ຍ.
ທ່ານ ເວືອງດິ່ງເຫ້ວ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມລາຍການຢູ່ໂຮງລະຄອນຂອງ VOV.
ທ່ານ ເຊີນມິງທັ໊ງ, ກຳມະການກົມການເມືອງສູນກາງພັກ, ເລຂາຄະນະພັກກຸ່ມບັນດາອົງການສູນກາງ.
ທ່ານ ຫງວຽນເທ໊ກີ, ກຳມະການສູນກາງພັກ, ຜູ້ອຳນວຍການໃຫຍ່ VOV ຕ້ອນຮັບທ່ານນາງ ດັ້ງທິງອັກທິ້ງ, ຮອງປະທານປະເທດເຂົ້າຮ່ວມລາຍການ
ເຂົ້າຮ່ວມລາຍການຢູ່ສະຖານທີ່ຖ່າຍທອດ ຮ່າໂນ້ຍ, ຍັງມີບັນດາການນຳພັກ, ລັດ, ສູນກາງແນວໂຮມປະເທດຊາດຫວຽດນາມ.
ຢູ່ແທນບູຊາລຸງໂຮ່ ໃນຫ້ອງມູນເຊື້ອຂອງ VOV, ທ່ານ ເຈິ່ນກວ໊ກເວື້ອງ, ກຳມະການກົມການເມືອງ - ຜູ້ປະຈຳການຄະນະເລຂາສູນກາງພັກ ພ້ອມກັບບັນດາການນຳ ໄດ້ຖະຫວາຍທູບທຽນອາໄລຫາປະທານໂຮ່ຈີມິນ.
ຢູ່ສະຖານທີ່ຖ່າຍທອດນະຄອນໂຮ່ຈີມິນ, ເຂົ້າຮ່ວມລາຍການມີທ່ານ ເຈິ່ນລິວກວາງ, ກຳມະການສູນກາງພັກ, ຮອງເລຂາຜູ້ປະຈຳການອົງຄະນະພັກນະຄອນໂຮ່ຈີມິນ; ທ່ານ ຫງວຽນແທ່ງຟອງ, ກຳມະການສູນກາງພັກ, ຮອງເລຂາອົງຄະນະພັກ, ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ; ການນຳແນວໂຮມປະເທດຊາດນະຄອນ, ສະພາປະຊາຊົນ… ພາບ: ຢູ່ເຂດອາໄລຫາປະທານໂຮ່ຈີມິນ ຢູ່ທ່າກ່ຳປັ່ນ ຍ່າຣົ່ງ, ການນຳນະຄອນໂຮ່ຈີມິນ, ການນຳ VOV ພ້ອມກັບບັນດາຜູ້ແທນໄດ້ຖະຫວາຍທູບທຽນອາໄລຫາລຸງໂຮ່
ເຂົ້າຮ່ວມລາຍການຢູ່ສະຖານທີ່ຖ່າຍທອດແຂວງເງະອານ ມີ: ທ່ານ ຫງວຽນດັ໊ກວິງ, ກຳມະການສູນກາງພັກ - ເລຂາຄະນະພັກແຂວງເງະອານ, ຫົວໜ້າຄະນະສະພາແຫ່ງຊາດແຂວງເງະອານ; ທ່ານ ຫງວຽນຊວັນເຊີນ, ຮອງຜູ້ປະຈຳການຄະນະພັກແຂວງ, ປະທານສະພາປະຊາຊົນແຂວງເງະອານ… ພິເສດ, ແມ່ນການເຂົ້າຮ່ວມຂອງຄະນະກຳມະການປ້ອງກັນການປະຕິວັດກຸຍບາ, ໂດຍທ່ານ Carlos Rafael Miranda Martinez, ກຳມະການຄະນະບໍລິຫານສູນກາງພັກກອມມູນິດກຸຍບາ, ປະທານຄະນະກຳມະການປ້ອງກັນການປະຕິວັດກຸຍບາ ນຳໜ້າ.
ເປີດສາກລາຍການສະແດງສິລະປະແມ່ນບົດເພງ ກ່ຽວກັບລຸງໂຮ່.
ຢູ່ສະຖານທີ່ຖ່າຍທອດຮ່າໂນ້ຍ - ໂຮງລະຄອນ VOV, ການນຳພັກ, ລັດ ແລະ ການນຳ VOV ພ້ອມກັບຜູ້ຊົມອາໄລຫາປະທານໂຮ່ຈີມິນ ໃນທ່າມກາງສຽງເພງທີ່ອົງອາດກ້າຫານຂອງບົດເພງກ່ຽວກັບລຸງໂຮ່
ນັກຮ້ອງແທ່ັງເລ ສະແດງບົດເພງ “ຈາກບ້ານ ແຊນ” ຢູ່ສະຖານທີ່ຖ່າຍທອດແຂວງເງະອານ
ລາຍການສະແດງຟ້ອນທີ່ມີຊື່ວ່າ “ດອກບົວບານ” ຢູ່ເວທີສະແດງທ່າກ່ຳປັ່ນຍ່າຣົ່ງ - ນະຄອນໂຮ່ຈີມິນ
ນັກຮ້ອງ ດິງຈາງ ສະແດງບົດເພງທີ່ມີຊື່ວ່າ “ບົດເພງແຫ່ງຄວາມຫວັງ” ຢູ່ສະຖານທີ່ຖ່າຍທອດຮ່າໂນ້ຍ
ລວມໝູ່ຍິງ SON ໄດ້ສະແດງບົດເພງທີ່ມີຊື່ວ່າ “ສະໝັກໃຈ” - ຢູ່ສະຖານທີ່ຖ່າຍທອດນະຄອນໂຮ່ຈີມິນ
ນັກຮ້ອງລວມໝູ່ຍິງຊາຍສະແດງບົດເພງທີ່ມີຊື່ວ່າ “ລຸງຍັງເຄື່ອນທັບພ້ອມກັບພວກຫຼານ” ຢູ່ສະຖານທີ່ຖ່າຍທອດນະຄອນໂຮ່ຈີມິນ
ນອກຈາກບັນດາລາຍການສະແດງດົນຕີແລ້ວ, ຍັງມີການສະແດງບົດລະຄອນສັ້ນ 3 ເລື່ອງ. ບົດລະຄອນທີ່ມີຊື່ວ່າ “ຄ່ຳຄືນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່” ໄດ້ສ້າງຂຶ້ນຕາມຮູບແບບຄວາມສຳນຶກຂອງລຸງ ວູກີ່, ເລຂາຂອງປະທານໂຮ່ຈີມິນ ມີເທື່ອໜຶ່ງເພິ່ນໄດ້ລົງໄປຢ້ຽມຢາມອວຍພອນປີໃໝ່ ຄອບຄົວເອື້ອຍຮັບຈ້າງຫາບນ້ຳຢູ່ຮ່າໂນ້ຍ ໃນຄ່ຳຄືນວັນທີ 30 ບຸນເຕັດ
ເມື່ອກັບຄືນມາ, ລຸງທີຄວາມໂສກເສົ້າທີ່ສຸດ ແລະ ເພິ່ນໄດ້ເວົ້າກັບບັນດາສະຫາຍການນຳ ທີ່ມາອວຍພອນບຸນເຕັດເພິ່ນ, ວ່າ “ພັກກຳອຳນາດແຕ່ປະໃຫ້ປະຊາຊົນທຸກຍາກ, ທຸກຈົນບໍ່ມີບ່ອນຈະທຸກນັ້ນ ແມ່ນໂທດຂອງພັກທີ່ມີຕໍ່ປະຊາຊົນ.”
ບົດລະຄອນທີ່ມີຊື່ວ່າ “ຄວາມເຈັບປວດ” ໄດ້ເວົ້າເຖິງບັນດາຄວາມເປັນຫວ່າງເປັນໃຍຂອງເພິ່ນ ຕໍ່ເລື່ອງພະນັກງານ, ສະມາຊິກພັກເຊື່ອມທາດຂາດຄຸນ.
ບົດລະຄອນໄດ້ສະແດງເລື່ອງປະທານໂຮ່ຈີມິນ ຕ້ອງຕົກລົງຫຼຸດຜ່ອນໂທດ, ຄະດີຕັດສິນປະທານຊີວິດພາກສ່ວນທີ່ສໍ້ລາດບັງຫຼວງທີ່ໄດ້ພິພາກສາຄັ້ງທຳອິດໃນປະຫວັດສາດຂອງລັດໃໝ່, ນັ້ນແມ່ນພັນເອກສຳພາລະທະຫານ ເຈິ່ນຢຸເຈົາ.
ຢູ່ສະຖານທີ່ຖ່າຍທອດກິມລຽນ - ນາມດ່ານ - ເງະອານ, ນັກຮ້ອງ ດັງເຢືອງ ພ້ອມກັບລວມໝູ່ຍິງ ສະແດງບົດເພງທີ່ມີຊື່ວ່າ “ເພິ່ນແມ່ນຄວາມໄວ້ເນື້ອເຊື່ອໃຈຕ້ອງມີໄຊຊະນະຢ່າງແນ່ນອນ”
ນັກຮ້ອງ ວູທັ໊ງເລີ້ຍ, ສະແດງບົດເພງທີ່ມີຊື່ວ່າ “50 ປີແຫ່ງວັນປະຕິບັດຕາມຄຳສັ່ງສອນຂອງເພິ່ນ”.
ການນຳພັກ, ລັດ ມອບດອກໄມ້ໃຫ້ບັນດານັກສິລະປິນ ແລະ ອວຍພອນລາຍການປະສົບຜົນສຳເລັດຢ່າງຈົບງາມ

TAG

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ