logo

ລາຍ​ການ​ສະ​ແດງ​ສິ​ລະ​ປະ​ຂອງລາວທີ່​ພົ້ນ​ເດັ່ນ ຢູ່ ດ່າ​ນັ້ງ

2022/7/22 | 08:59:11
(VOVWORLD) - ໃນຂອບເຂດລາຍການ “ສັບປະດາວັດທະນະທຳ ລາວ ຢູ່ ຫວຽດນາມ”, ຕອນຄ່ຳວັນທີ 21 ກໍລະກົດ, ຄະນະສິລະປະແຫ່ງຊາດ ລາວ ມີລາຍການສະແດງສິລະປະຢູ່ໂຮງລະຄອນ ຈືງເວືອງ - ນະຄອນດ່ານັ້ງ.

ລາຍການສະແດງສິລະປະຂອງຄະນະສິລະປະແຫ່ງຊາດ ລາວ  (ພາບ: TTXVN)

ລາຍການສະແດງສິລະປະຂອງຄະນະສິລະປະແຫ່ງຊາດ ລາວ ແມ່ນໜຶ່ງໃນບັນດາການເຄື່ອນໄຫວຫຼັກນອນໃນບັນດາເຫດການສັບປະດາວັດທະນະທຳ ລາວ - ຫວຽດນາມ ເພື່ອສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ. ລາຍການໂດຍບັນດາສິລະປິນໜຸ່ມທີ່ດີເດັ່ນ ແລະ ມີຊື່ສຽງຂອງລາວ ສະແດງ, ລວມມີລາຍການຟ້ອນ, ຮ້ອງເພງ ແລະ ກາຍຍະສິນ ໂດຍການຍ້ອງຍໍຊົມເຊີຍມູນເຊື້ອວັດທະນະທຳອັນດີງາມ, ຍ້ອງຍໍສັນລະເສີນປະເທດລາວທີ່ຮັ່ງມີເຂັ້ມແຂງ, ສວຍສົດງົດງາມ ແລະ ຜົນສຳເລັດຂອງພາລະກິດແຫ່ງການປົກປັກຮັກສາ, ພັດທະນາປະເທດຊາດ. ບັນດາບົດເພງ, ວາດຟ້ອນ ລ້ວນແຕ່ສັນລະເສີນມູນເຊື້ອມິດຕະພາບ, ຄວາມສາມັກຄີແບບພິເສດ, ຄວາມສະໜິດຕິດພັນຂອງທັງສອງຊາດ ຫວຽດນາມ - ລາວ. ລາຍການແນະນຳພາບພົດກ່ຽວກັບປະເທດຊາດ ແລະ ຊາວຫວຽດນາມ - ຊາວລາວເຖິງເພື່ອນມິດທັງຢູ່ພາຍໃນປະເທດ ແລະສາກົນ.

TAG
VOV/VOVworld/ຫວຽດ​ນາມ/ລາວ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ