logo

ລາຍ​ການ​ສະ​ແດງ​ສິ​ລະ​ປະ “ຄຳ​ສັ່ງ​ຈາກ​ຫົວ​ໃຈ”

2025/12/22 | 09:25:56
(VOVWORLD) - ລາຍການລວມມີ 15 ລາຍການສະແດງສິລະປະໄດ້ສ້າງຕັ້ງຢ່າງພິຖິພິຖັນ, ເຊື່ອມຕໍ່ບັນດາສາລະຄະດີ, ເຕັມໄປດ້ວຍຄວາມຮູ້ສຶກ. 
ການສະແດງສິລະປະ ຢູ່ລາຍການ (ພາບ: VTV)

ເນື່ອງໃນໂອກາດສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ ຄົບຮອບ 81 ປີ (22/12/1944 - 22/12/2025), ຕອນຄ່ຳວັນທີ 21 ທັນວາ, ຢູ່ຮ່າໂນ້ຍ, ໄດ້ຈັດລາຍການສະແດງສິລະປະພິເສດ “ຄຳສັ່ງຈາກຫົວໃຈ”. ລາຍການລວມມີ 15 ລາຍການສະແດງສິລະປະໄດ້ສ້າງຕັ້ງຢ່າງພິຖິພິຖັນ, ເຊື່ອມຕໍ່ບັນດາສາລະຄະດີ, ເຕັມໄປດ້ວຍຄວາມຮູ້ສຶກ. “ຄຳສັ່ງຈາກຫົວໃຈ” ມີການເຂົ້າຮ່ວມຂອງນັກສິລະປິນທີ່ມີຊື່ສຽງຫຼາຍຄົນພ້ອມກັບຄະນະດົນຕີ ກອງທັບ, ຄະນະພິທິກອນກອງທັບ ແລະ ບັນດານັກຮົບເກົ່າ. ດ້ວຍການປະສານສົມທົບຢ່າງກົມກຽວລະຫວ່າງສິລະປະດົນຕີ, ສາລະຄະດີໂທລະພາບ ແລະ ບັນດາການໂອ້ລົມສົນທະນາທີ່ສຸດຈິດສຸດໃຈ, ລາຍການບໍ່ພຽງແຕ່ຍ້ອງຍໍສັນລະເສີນການເສຍສະຫຼະຊີວິດ, ການອຸທິດສ່ວນຂອງນັກຮົບລຸ້ນຕ່າງໆເທົ່ານັ້ນຫາກຍັງປຸກລຸກຄວາມເອກອ້າງທະນົງໃຈແຫ່ງຊາດ, ສືບທອດມູນເຊື້ອອັນສະຫງ່າລາສີຂອງກອງທັບປະຊາຊົນ ຫວຽດນາມ.

TAG
VOV/VOVworld/ກອງ​ທັບ​ປະ​ຊາ​ຊົນ/ຫວຽດ​ນາມ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ