logo

ລາຍ​ການ​ສະ​ແດ​ງ​ສິ​ລະ​ປະ “ນັກ​ສຶກ​ສາ ຫວຽດ - ລາວ, ເອກ​ອ້າງ​ທະ​ນົງ​ໃຈ​ສືບຕໍ່ກ້າວ​ເດີນ​”

2025/9/21 | 11:18:25
(VOVWORLD) - ລາຍການສະແດງສິລະປະ “ນັກສຶກສາ ຫວຽດນາມ - ລາວ, ເອກອ້າງທະນົງໃຈສືບຕໍ່ກ້າວເດີນ” ໄດ້ດຳເນີນໃນຕອນຄ່ຳວັນທີ 20 ກັນຍາ, ຢູ່ສະໜາມຫຼວງ ຮູບປັ້ນ ໄຊຊະນະ ນຸ໊ຍບ່າ, ຕາແສງ ກາດຕຽນ, ແຂວງ ຢາຣາຍ.
ລາຍການສະແດງສິລະປະຂອງນັກສຶກສາລາວ (ພາບ: TTXVN)

 ນີ້ແມ່ນການເຄື່ອນໄຫວຫຼັກຂອງວັນບຸນວັດທະນະທຳນັກສຶກສາ ຫວຽດນາມ - ລາວ ປີ 2025 ໂດຍຄະນະຊາວໜຸ່ມຄອມມູນິດ ໂຮ່ຈີມິນ ແຂວງ ຢາຣາຍ ສົມທົບກັບຄະນະຊາວໜຸ່ມມະຫາວິທະຍາໄລ, ວິທະຍາໄລແຫ່ງຕ່າງໆໃນແຂວງຈັດຂຶ້ນ. ມີນັກສຶກສາ ລາວ, ຫວຽດນາມ ເກືອບ 300 ຄົນ ພວມຮ່ຳຮຽນຢູ່ບັນດາໂຮງຮຽນມະຫາວິທະຍາໄລ, ວິທະຍາໄລຢູ່ແຂວງ ແລະ ສະມາຊິກຊາວໜຸ່ມຕາແສງ ກາດຕຽນ ເຂົ້າຮ່ວມ.

ລາຍການດັ່ງກ່າວ ລວມມີການສະແດງສະແດງບັນຍາກາດທີ່ສະຫງ່າອົງອາດ, ມິດຕະພາບຖານສະຫາຍອ້າຍຮ້ອງຂອງ 2 ປະເທດ ຫວຽດນາມ ແລະ ລາວ, ປຸກລຸກຄວາມເອກອ້າງທະນົງໃຈ, ນ້ຳໃຈຄວາມຮັບຜິດຊອບ ແລະ ຄວາມຄາດຫວັງອຸທິດສ່ວນຂອງນັກສຶກສາສອງປະເທດ ຫວຽດນາມ - ລາວ. ໃນລາຍການ, ຄະນະຈັດຕັ້ງໄດ້ມອບຂອງຂວັນຈຳນວນ 10 ພູດໃຫ້ແກ່ຄອບຄົວປະສົບກັບຄວາມຫຍຸ້ງຍາກ ພວມດຳລົງຊີວິດຢູ່ ຕາແສງ ກາດຕຽນ.

 

TAG
VOV/VOVworld/ວັນບຸນວັດທະນະທຳນັກສຶກສາ ຫວຽດນາມ - ລາວ ປີ 2025

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ