logo

ລາຍ​ການ​ສະ​ແດງ​ສິ​ລະ​ປະ​ພິ​ເສດ​ຊົມ​ເຊີຍ​ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

2026/1/24 | 09:07:31
(VOVWORLD) -      ລາຍການສະແດງສິລະປະພິເສດ “ພາຍໃຕ້ຄັນທຸງອັນສະຫງ່າງາມຂອງພັກ” ຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ, ສະເຫຼີມສະຫຼອງ 96 ປີແຫ່ງວັນສ້າງຕັ້ງພັກ (03/02/1930 - 03/02/2026) ຖືກຈັດຂຶ້ນຢ່າງສົມກຽດໃນຕອນຄ່ຳວັນທີ 23 ມັງກອນ ຢູ່ສະໜາມກິລາແຫ່ງຊາດ ໝີດິ່ງ, ຮ່າໂນ້ຍ. ທ່ານເລຂາທິການໃຫຍ່ ໂຕເລິມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈີງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ພ້ອມດ້ວຍຫຼາຍການນຳພັກ, ລັດໄດ້ເຂົ້າຮ່ວມລາຍການ.
ລາຍການສະແດງສິລະປະຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ (ພາບ: VOV)

ດ້ວຍຫົວຂໍ້ “ພາຍໃຕ້ຄັນທຸງອັນສະຫງ່າງາມຂອງພັກ”, ລາຍການສະແດງສິລະປະຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ໄດ້ຮັບການກະກຽມຢ່າງລອບຄອບຖີ່ຖ້ວນ, ລວມມີ 3 ພາກ: “ພາຍໃຕ້ຄັນທຸງຂອງພັກ”, “ຝາກຄວາມເຊື່ອໝັ້ນຢ່າງສຸດໃຈຕໍ່ພັກ” ແລະ “ພາຍໃຕ້ຄັນທຸງອັນສະຫງ່າງາມຂອງພັກ”. ບັນດາລາຍການສະແດງສິລະປະໃນລາຍການໄດ້ສະແດງໃຫ້ເຫັນແຈ້ງບົດບາດນຳພາຂອງພັກ ແລະ ຄວາມເຊື່ອໝັ້ນຂອງປະຊາຊົນທີ່ມີຕໍ່ພາລະກິດປະຕິວັດ.

ການຍິງບັ້ງໄຟດອກຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ (ພາບ: VOV)

ໜຶ່ງໃນບັນດາພາບພົດທີ່ພົ້ນເດັ່ນໃນລາຍການນັ້ນແມ່ນການເຂົ້າຮ່ວມຂອງນັກສະແດງມະຫາຊົນກວ່າ 6.000 ຄົນ ທີ່ມາຈາກກຳລັງປະກອບອາວຸດ ແລະ ນັກສຶກສາ. ການປະສານສົມທົບລະຫວ່າງ ກຣາຟິກເທິງເວທີ, ດົນຕີ, ແສງສີ ແລະ ຮູບພາບປະຫວັດສາດໄດ້ສ້າງບັນຍາກາດການເມືອງ - ວັດທະນະທຳທີ່ຍອດຢ້ຽມ. ລາຍການດັ່ງກ່າວໄດ້ນຳມາເຊິ່ງຄວາມຮູ້ສຶກເອກອ້າງທະນົງໃຈ, ຄວາມເຊື່ອໝັ້ນອັນເຕັມປ່ຽມຂອງປະຊາຊົນ, ນັກສະແດງທີ່ມີຕໍ່ໄລຍະພັດທະນາໃໝ່ຂອງປະເທດຊາດ ເຊິ່ງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກວາງອອກ.

“ນີ້ເປັນຄັ້ງທຳອິດທີ່ ດັງເຢືອງ ເຂົ້າຮ່ວມລາຍການໃຫຍ່ຄືແນວນີ້, ມັນສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ປະເທດເຮົາພວມບືນຕົວຂຶ້ນ. ຄັ້ງທຳອິດທີ່ເຮັດເວທີໃນທົ່ວເນື້ອທີ່ສະໜາມກິລາ, ດັງເຢືອງບໍ່ເຄີຍສະແດງຢູ່ເວທີໃດທີ່ໃຫຍ່ຄືແນວນີ້. ຂ້າພະເຈົ້າມີຄວາມຕື້ນຕັນໃຈທີ່ສຸດ”.

“ສຸດຍອດຫຼາຍ. ຢືນຢູ່ໃຕ້ທ້ອງຟ້າທີ່ເຕັມໄປດ້ວຍດອກບັ້ງໄຟຄືແນວນີ້, ຂ້າພະເຈົ້າ ກໍຄືບັນດາເພື່ອນໜຸ່ມອື່ນລ້ວນແຕ່ຮູ້ສຶກເອກອ້າງທະນົງໃຈ, ປິຕິຊົມຊື່ນ, ມີຄວາມສຸກທີ່ສຸດ ແລະ ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ, ຕໍ່ການພັດທະນາຂອງປະເທດຊາດໃນໄລຍະໃໝ່ທີ່ເຕັມໄປດ້ວຍແງ່ຫວັງ ເຊິ່ງຄົນລຸ້ນໜຸ່ມຄືພວກເຮົາກໍຕ້ອງເປັນສ່ວນໜຶ່ງຂອງອະນາຄົດນັ້ນ.”


TAG
VOV/VOVworld/ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ/ພາຍໃຕ້ຄັນທຸງອັນສະຫງ່າງ​າມຂອງພັກ/ລາຍການສະແດງສິລະປະ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ