(ສົງຄາມໄດ້ຜ່ານພົ້ນໄປ, ອ້າຍທະຫານ ຮວ່າງຟຸກຮຶງ ສືບຕໍ່ຮັບໃຊ້ໃນຖັນແຖວກອງທັບ) |
ຜືນທຸງປົດປ່ອຍໄດ້ປັກເທິງຫຼັງຄາຂອງສຳນັກບັນຊາການຂອງກຳລັງສັດຕູຢ່ນະຄອນ ບວນມາທ້ວດແຂວງ ດັກລັກ ໃນບັ້ນຮົບ ເຕິຍງວຽນ ປີ 1975 ແມ່ນອະນຸສອນທີ່ສັກກະລະບູຊາ ແມ່ນຄວາມເອກອ້າງທະນົງໃຈຂອງປະຫວັດສາດ ຫວຽດນາມ. ໃນຜືນທຸງນີ້ກໍ່ມີລາຍປາກກາພິເສດຂອງອ້າຍທະຫານ ຮວ່າງຟຸກຮຶງ ເຊິ່ງເປັນຂີດໝາຍໄຊຊະນະຂອງກອງກຳລັງ ບັກຖາຍ ໃນເວລາ 11 ໂມງ ຕອນເຊົ້າ ວັນທີ 11 ມີນາ ປີ 1975. ພາຍຫຼັງ 50 ປີ, ເລື່ອງລາວກ່ຽວກັບທຸງຜືນນີ້ ຍາມໃດນັກຮົບເກົ່າ ຮວ່າງຟຸກຮຶງ ກໍ່ເຄີຍເລົ່າເຖິງດ້ວຍຄວາມເປັນກຽດ.
ໃນຊີວິດເປັນທະຫານ, ຮວ່າງຟຸກຮຶງ ໄດ້ເຂົ້າຮ່ວມການບຸກໂຈມຕີຫຼາຍຄັ້ງ ແຕ່ສຳລັບທ່ານແລ້ວ ສິ່ງທີ່ໜ້າຈົດຈຳ ແມ່ນການບຸກໂຈມຕີໃນບັ້ນຮົບ ເຕິຍງວຽນ ປີ 1975 ຄາວນັ້ນທ່ານເປັນຮ້ອບໂທ, ຮອງກຳມະການການເມືອງກອງພັນ 7, ກອງພັນໃຫຍ 149 ປັດຈຸບັນແມ່ນກອງພັນໃຫຍ່ 98 ກອງພົນ 316 ທະຫານເຂດ 2 ໄດ້ເປັນຜູ້ບັນຊາກຳລັງບຸກໂຈມຕີສຳນັກບັນຊາກອງພົນ 23 ເຊິ່ງແມ່ນກົມກອງສຳຄັນຂອງສັດຕູເຊິ່ງໄດ້ຕັ້ງທັບຢູ່ເທດສະບານ ບວນມາທ້ວດ. ໃນການບຸກໂຈມຕີເມື່ອເດືອນມີນາຄາວນັ້ນ, ກຳລັງທະຫານບົກ ຫວຽດນາມ ໄດ້ບຸກໂຈມຕີຕົງໃສ່ສຳນັກງານສູນກາງຂອງສັດຕູທຸງໄຊຊະນະໄດ້ປິວສະບັດ, ບັນດາປີກກຳລັງທະຫານໄດ້ບຸກເຂົ້າເທດສະບານ ບວນມາທ້ວດ. ນັກຮົບເກົ່າ ຮວ່າງຟຸກຮຶງ ຫວນຄືນວ່າ:
“ຄາວນັ້ນຂ້າພະເຈົ້າໄດ້ແຫງນຂຶ້ນເຫັນເສົາທຸງຂອງສັດຕູ ມີຜືນທຸງເຄິ່ງໜຶ່ງເປັນສີແດງ ເຄິ່ງໜຶ່ງເປັນສີຟ້າ ແລະ ດາວຄຳຂອງເຮົາປິວສະບັດໃນທ່າມກາງສາຍລົມ. ເພື່ອຈົດຈຳຄືນຈຸດເວລານີ້, ຂ້າພະເຈົ້າໄດ້ເວົ້າກັບນັກຮົບຄົນໜຶ່ງ ໃຫ້ລາວລົດທຸງລົງ ແລະ ຂ້າພະເຈົ້າໄດ້ໃຊ້ບິກຈົດໄວ້ຢູ່ແຈຜືນທຸງ ດ້ວຍແຖວຕົວໜັງສື “B2 – C1 – D7 - ກອງກຳລັງ ບັກຖາຍ ໄດ້ປັກທຸງຜືນທຳອິດນີ້ໃສ່ສຳນັກບັນຊາ F23 ບວນມາທ້ວດ ເວລາ 11 ໂມງເຊົ້າ ຂອງວັນທີ 11 ມີນາ ປີ 1975”.
(ທຸງຜືນທຳອິດນີ້ໃສ່ສຳນັກບັນຊາ F23 ບວນມາທ້ວດ) |
ໃນການບຸກໂຈມຕີສຳຄັນເປີດສາກເຂົ້າເທດສະບານ ບວນມາທ້ວດ ໃນບັ້ນຮົບ ເຕິຍງວຽນ ໄດ້ຍາດເອົາໄຊຊະນະທີ່ລືຊາຜາກົດ. ນັກຮົບເກົ່າ ຮວ່າງຟຸກຮຶງ ແລະ ເພື່ອຮ່ວມກົມກອງຂອງທ່ານໄດ້ປະກອບສ່ວນສ້າງໄຊຊະນະດັ່ງກ່າວ.
"ອ້າຍນ້ອງພະນັກງານໃນກອງພັນໃຫຍ່ 98 ກໍ່ມານະພະຍາຍາມເສີມຂະຫຍາຍຈາກພະນັກງານລຸ້ນກ່ອນໆ ເພື່ອຈະສ້າງກອງພັນໃຫຍ່ໃຫ້ກາຍເປັນກອງພັນໃຫຍ່ວິລະຊົນໃນໄລຍະປ່ຽນແປງໃໝ່."
"ຕໍ່ໜ້າຄວາມຮຽກຮ້ອງທີ່ນັບມື້ນັບສູງຂອງການປະຕິວັດນັ້ນ, ພະນັກງານ, ນັກຮົບແຕ່ລະຄົນໃນກອງພັນໃຫຍ່ໄດ້ຕັດສິນໃຈສ້າງກອງພັນໃຫຍ່ໃຫ້ໝັ້ນຄົງເຂັ້ມແຂງຢ່າງຮອບດ້ານ, ປະກອບສ່ວນສ້າງມູນເຊື້ອຂອງກອງພັນໃຫຍ່ໃຫ້ເຂັ້ມຂຸ້ນນໄລຍະຈະມາເຖິງ."
ສົງຄາມໄດ້ຜ່ານພົ້ນໄປ, ອ້າຍທະຫານ ຮວ່າງຟຸກຮຶງ ສືບຕໍ່ຮັບໃຊ້ໃນຖັນແຖວກອງທັບ ແລະ ໄດ້ຮັບການເລືອນຊັ້ນເປັນພັນເອກ, ກຳມະການການເມືອງກອງພັນໃຫຍ່ 98, ກອງພົນ 316 ທະຫານເຂດສອງ ແລ້ວກໍ່ເປັນອາຈານສອນຢູ່ສະຖາບັນການເມືອງ. ໃນໄລຍະເປັນຜູ້ບັນຊາກຳລັງທະຫານສູ້ຮົບກັບສັດຕູ ໄດ້ເຫັນປະຈັກຕາເພື່ອນຮ່ວມກົມກອງຫຼາຍຄົນເສຍສະຫຼະຊີວິດ. ນັກຮົບເກົ່າ ຮວ່າງຟຸກຮຶງ ເວົ້າຄວາມໃນໃຈສູ່ຟັງວ່າ :
“ໃນໄລຍະຢູ່ຖັນແຖວກອງທັບເປັນເວລາກວ່າ 30 ປີ, ໃນຄວາມນຶກຄິດຂອງຂ້າພະເຈົ້າ, ບັນດາອະນຸສອນກ່ຽວກັບການປຸກໂຈມຕີສູ້ຮົບ ແມ່ນເລິກເຊິ່ງທີ່ສຸດ, ຄວາມຫຍຸ້ງຍາກລຳບາກ ຄວາມຮັກແພງລະຫວ່າງເພື່ອນຮ່ວມກົມກອງໃນຕະຫຼອດໄລຍະເວລານັ້ນ ແມ່ນບໍ່ມີວັນທີ່ຈະຫຼົງລືມໄດ້. ເປັນຕົ້ນແມ່ນບັນດາສະຫາຍຮ່ວມສູ້ຮົບກັບເຮົາໄດ້ເສຍສະຫຼະຊີວິດ ແລະ ຍັງມີຫຼາຍຄົນໃນປັດຈຸບັນກໍ່ຍັງບໍ່ທັນຊອກຫາໄດ້ອັດຖິເທື່ອ. ນີ້ແມ່ນຄວາມເປັນຫ່ວງ ເມື່ອຄຳນຶງເຖິງເພື່ອນຮ່ວມກົມກອງ”.
ອ້າຍທະຫານ ຮວ່າງຟຸກຮຶງ ເມື່ອກ່ອນນີ້ ປັດຈຸບັນໄດ້ກ້າວເຂົ້າສູ່ອາຍຸ 70 ແລ້ວ ຜົມກໍ່ໄດ້ຫງອກແລ້ວ ແລະ ປັດຈຸບັນໃນແຕ່ລະວັນທ່ານຍັງຄົງຕິດຕາມຂ່າວຊອກຫາຂໍ້ມູນ ກ່ຽວກັບເພື່ອນຮ່ວມກົມກອງຢູ່. ຖ້າຫາກໄດ້ຍິນຂ່າວ ຫຼື ເລື່ອງລາວຕ່າງໆ ກ່ຽວກັບເພື່ອນຮ່ວມກົມກອງ, ທ່ານກໍ່ລ້ວນແຕ່ຈົດກ່າຍໃສ່ປຶ້ມຄູ່ມື ແລ້ວກໍ່ຫາວິທີແຈ້ງໃຫ້ຄອບຄົວ ຍາດຕິພີ່ນ້ອງຂອງທະຫານໄດ້ເສຍສະຫຼະຊີວິດເພື່ອຊາດຮັບຊາບ. ກໍ່ຍ້ອນມີແຫຼ່ງຂ່າວຂອງນັກຮົບເກົ່າ ຮວ່າງຟຸກຮຶງ ມີຫຼາຍຄອບຄົວຈຶ່ງສາມາດຊອກຫາໄດ້ຂຸມຝັງສົບຂອງຍາດພີ່ນ້ອງ. ນີ້ກໍ່ເປັນການບັນເທົາຄວາມເປັນຫ່ວງຂອງທ່ານມາແຕ່ດົນນານ ທັງເປັນການສະແດງຄວາມຮູ້ບຸນຄຸນຂອງທ່ານທີ່ຝາກເຖິງບັນດາຜູ້ໄດ້ເສຍສະຫຼະຊີວິດ ເພື່ອເອກະລາດຂອງປະເທດຊາດ.




