ໃນຊຸມປີມໍ່ໆມານີ້, ຊຸດອາພອນບູຮານ ໄດ້ກາຍເປັນການຄົ້ນຫາຕົວຈິງນຳຄວາມງາມດ້ານວັດທະນະທຳພື້ນເມືອງຍັບເຂົ້າໃກ້ກັບມວນຊົນ |
“ຂະນະທີ່ອອກໄປຮຽນອອກແບບແຟຊັນ, ເຮົາໄດ້ຮຽນວິຊາປະຫວັດສາດແຟຊັນໂລກ, ເຮົາຈຶ່ງຕັ້ງຄຳຖາມວ່າ ປະຫວັດສາດຊຸດອາພອນ ຫວຽດນາມ ມີຫຍັງແດ່, ເຮົາພຽງແຕ່ຮູ້ເຖິງຊຸດເສື້ອຍາວເທົ່ານັ້ນ. ຜ່ານຮູບເງົາ, ການບັນເທີງ, ເຮົາກໍ່ບໍ່ສາມາດກຳນົດໄດ້ຮູບຮ່າງຂອງມັນ ພຽງແຕ່ຮູ້ວ່ານັ້ນແມ່ນຊຸດອາພອນບູຮານເທົ່ານັ້ນ. ນີ້ແມ່ນເຫດຜົນທີ່ເຮົາຕ້ອງໄປຊອກຮູ້ຊຸດອາພອນບູຮານ ເພື່ອພັດທະນາປະດິດຄິດສ້າງຂະຫຍາຍສູ່ຊຸດອາພອນອື່ນໆອີກ.“
ນີ້ແມ່ນຄຳແບ່ງປັນຂອງນັກອອກແບບ ຫງວຽນທິງາ ໃນໄລຍະໄປຊອກຮູ້ ແລະ ຟື້ນຟູບັນດາຊຸດອາພອນບູຮານຂອງ ຫວຽດນາມ ຜ່ານໄລຍະຕ່າງໆ
ນັບແຕ່ຄາວຍັງຢູ່ມະຫາວິທະຍາໄລ, ຫງວຽນທິງາ ໄດ້ມີຄວາມຊົມຊອບສຳລັບຊຸດອາພອນພື້ນເມືອງ ຫວຽດນາມ ແລະ ໄດ້ຊອກຫາວິທີຟື້ນຟູບາງລວດລາຍ, ການອອກແບບຊຸດອາພອນລາດຊະວັງເກົ່າ ເພື່ອໃຫ້ທຸກໆໄດ້ຮູ້ຈັກເຖິງ. ປີ 2022 ນາງພ້ອມກັບເພື່ອນບາງຄົນໄດ້ສ້າຕັ້ງບໍລິສັດ ວ້ານທຽນອີ ເຊິ່ງແມ່ນບໍລິສັດແຟຊັນລົງເລີກການຟື້ນຟູຊຸດອາພອນບູຮານຂອງ ຫວຽດນາມ.
“ພວກເຮົາທຸກໆຄົນກໍ່ລ້ວນແຕ່ມີຄວາມເມົາມົວຊຸດອາພອນພື້ນເມືອງຂອງ ຫວຽດນາມ. ບັນດາເພື່ອນໜຸ່ມໄດ້ເຕົ້າໂຮມກັນກາຍເປັນກຸ່ມໜຶ່ງ, ກ່ອນອື່ນໝົດ ແມ່ນແບ່ງປັນແຜ່ກະຈາຍພ້ອມກັນ ແລະ ຕໍ່ຈາກນັ້ນພວກເຮົາກໍ່ໄດ້ປະຕິບັດບັນດາວຽກງານຜູກມັດຄຸນຄ່າວັດທະນະທຳນຳກັນ”.
ສຳລັບຊຸດອາພອນບູຮານ, ປັດໄຈປະຫວັດສາດຍາມໃດກໍ່ຕ້ອງຖືເປັນສຳຄັນແຖວໜ້າ. ໜຶ່ງໃນບັນດາຄວາມຫຍຸ້ງຍາກຂອງການຟື້ນຟູຊຸດອາພອນພື້ນເມືອງກໍ່ແມ່ນແຫຼ່ງວັດຖຸເອກະສານຫາຍາກທີ່ສຸດ, ຕ້ອງຊອກຫາຜ່ານປຶ້ມອ່ານບູຮານກໍ່ບໍ່ພຽງພໍ, ແຕ່ຕ້ອງການມີການຊອກຫາໂດຍກົງຢູ່ບັນດາແຂວງນະຄອນອີກດ້ວຍ
ເພື່ອສ້າງຊຸດອາພອນບູຮານຊຸດໜຶ່ງໃຫ້ສຳເລັດກໍ່ຕ້ອງຜ່ານບັນດາຂັ້ນຕອນລວມມີການຕ່ຳແຜ່ນແພ, ຍ້ອມສີຕາດໃຫ້ແຫ້ງ, ອອກແບບ ແລະ ຕັດຫຍິບ. ແຜ່ນແພຍ້ອມສີກໍ່ຕ້ອງແມ່ນຜ້າໄໝ ສ່ວນຫຼາຍແມ່ນໄໝມ້ອນ ຫຼື ຕ່ຳດ້ວຍມື ແນໃສ່ສ້າງຄວາມງາມໃຫ້ຊຸດອາພອນ. ປັດຈຸບັນບັນດາຊຸດອາພອນຢູ່ບໍລິສັດ ວ້ານທຽນອີ ກໍ່ມີຫຼາຍປະເພດດ້ວຍຈຳນວນແຕກຕ່າງກັນ. ອ້າຍ ຫງວຽນວັນຮ້ຽວ ຫົວໜ້າພາກສ່ວນຄົ້ນຄວ້າ ແລະ ຂະຫຍາຍຜະລິດຕະພັນຢູ່ບໍລິສັດ ວ້ານທຽນອີ ໃຫ້ຮູ້ວ່າ:
“ໜຶ່ງໃນບັນດາການຄົ້ນຄວ້າທີ່ຕ້ອງໃຊ້ເຫື່ອແຮງຢ່າງຫຼວງຫຼາຍທີ່ສຸດ ແມ່ນຊຸດອາພອນຂອງເຈົ້າພະ ຈິ້ງທິຫງອກເກີ ໂດຍອີງໃສ່ຊຸດອາພອນຂອງຮູບປັ້ນຢູ່ວັດ ບຸດທາບ ໃນແຂວງ ບັກນິງ. ໃນຕະຫຼອດໄລຍະໄປຄົ້ນຫາຕົວຈິງ ກໍ່ປະສົບກັບຄວາມຫຍຸ້ງຍາກ ຫຼາຍຢ່າງ, ນາງ ງາ ຍາມໃດກໍ່ຮ່ວມເດີນທາງ”.
ໃນເບື້ອງຕົ້ນບໍລິສັດ ວ້ານທຽນອີ ໄດ້ປະສົບຜົນສະເລັດຫຼາຍພໍສົມຄວນ, ບັນດາຜະລິດຕະພັນທີ່ຜະລິດອອກ ໄດ້ປາກົດອອກໃນເວທີສະແດງ ຫຼື ໃນການເຄື່ອນໄຫວວັດທະນະທຳ, ລາຍການສະແດງສິລະປະ, ງານວາງສະແດງ. ນາງ ໂມຮວິ່ງຢາວ ຫົວໜ້າພະແພກໂຄສະນາປະຊາສຳພັນ ແລະ ເນື້ອໃນດີຈີຕອນຂອງບໍລິສັດ ວ້ານທຽນອີ ເປີດເຜີຍວ່າ:
“ເອັກສະໂປ ໂອຊາກາ ແມ່ນເຫດການໃຫຍ່ທີ່ສຸດຢູ່ຕ່າງປະເທດ ເຊິ່ງບໍລິສັດ ວ້ານທຽນອີ ໄດ້ເຄີຍຈັດຕັ້ງ. ນາງ ງາ ໄດ້ນຳພາບັນດາສະມາຊິກໃນບໍລິສັດ ຈາກຂອດສ້າງແນວຄວາມຄິດຕະຫຼອດຮອດໄລຍະສະແດງຢູ່ ຍີ່ປຸ່ນ. ກໍ່ຍ້ອນຄວາມສຸດຈິດສຸດ ກໍ່ຄືການປະດິດຄິດສ້າງຂອງນາງກໍ່ໄດ້ຖ່າຍທອດໃຫ້ພວກເຮົາຈຶ່ງມີຈິດໃຈກະກຽມໃຫ້ແກ່ເຫດການໃນຫຼາຍປີເຊັ່ນນີ້”.
ຂະນະທີ່ບັນດາຊຸດເສື້ອຍາວໄດ້ປາກົດໃນເວທີສະແດງ, ຂະນະທີ່ບັນດາຊຸດອາພອນບູຮານໄດ້ປາກົດຢູ່ຕາມຖະໜົນຫົນທາງ ຫຼື ຂະນະທີ່ບັນດາເລື່ອງລາວວັດທະນະທຳ ຫວຽດນາມ ຖືກເລົ່າຜ່ານການຫຍິບປັກທັກແສ່ວ, ນັ້ນກໍ່ແມ່ນເວລາທີ່ສີສັນຊາດບໍ່ພຽງແຕ່ໄດ້ຮັບການຮັກສາໄວ້ເທົ່ານັ້ນ ຫາກຍັງມີຊີວິດຊີວາແຜ່ກະຈາຍ ແລະ ຂະຫຍາຍຕົວຢ່າງແຂງແຮງໃນຂົງເຂດອຸດສາຫະກຳວັດທະນະທຳ.




