logo

ລາວ​ກາຍ ຕ້ອງ​ການ​ນັກ​ລົງ​ທຶນ​ຍຸດ​ທະ​ສາດ​ໃຫ້​ແກ່​ໂຄງ​ການ​ທ່າ​ອາ​ກາດສະ​ຍານ ຊາ​ປາ

2025/11/11 | 07:52:34
(VOVWORLD) - ດ້ວຍເປົ້າໝາາຍຍຸດທະສາດກາຍເປັນສົ້ນເຕີບໂຕ ແລະ ສູນເຊື່ອມຕໍ່ແລກປ່ຽນການຄ້າລະຫວ່າງ ຫວຽດນາມ, ອາຊຽນ ກັບເຂດທາງທິດຕາເວັນຕົກສ່ຽງໃຕ້ ຈີນ, ແຂວງ ລາວກາຍ ພວມສຸມແຫຼ່ງກຳລັງໃຫ້ຫຼາຍໂຄງການພື້ນຖານໂຄງລ່າງທີ່ມີລັກສະນະບຸກທະລຸ, ໃນນັ້ນ ມີທ່າອາກາດສະຍານ ຊາປາ.
ທ່ານນາງ ຟ້າມທິແທັງຈ່າ ຮອງນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນໃນການເຮັດວຽກ 

ໃນການເຮັດວຽກຂອງທ່ານນາງ ຟ້າມທິແທັງຈ່າ ຮອງນາຍົກລັດຖະມົນຕີ ຫວຽດນາມ ກັບການນຳແຂວງ ລາວກາຍໃນວັນທີ 9 ພະຈິກ, ການນຳແຂວງ ລາວກາຍ ໃຫ້ຮູ້ວ່າ ດ້ວຍເປົ້າໝາາຍຍຸດທະສາດກາຍເປັນສົ້ນເຕີບໂຕ ແລະ ສູນເຊື່ອມຕໍ່ແລກປ່ຽນການຄ້າລະຫວ່າງ ຫວຽດນາມ, ອາຊຽນ ກັບເຂດທາງທິດຕາເວັນຕົກສ່ຽງໃຕ້ ຈີນ, ແຂວງ ລາວກາຍ ພວມສຸມແຫຼ່ງກຳລັງໃຫ້ຫຼາຍໂຄງການພື້ນຖານໂຄງລ່າງທີ່ມີລັກສະນະບຸກທະລຸ, ໃນນັ້ນ ມີທ່າອາກາດສະຍານ ຊາປາ. ຕາມນັ້ນແລ້ວ, ສະໜາມບິນບັນລຸມາດຕະຖານ 4C, ສາມາດຮັບໃຊ້ຜູ້ໂດຍສານ 1,5 ລ້ານເທື່ອຄົນຕໍ່ປີ ແລະ ສະໜາມບິນການທະຫານຂັ້ນ II.

ໃນການເຮັດວຽກ, ທ່ານ ເລແອັງຕວັນ ຮອງລັດຖະມົນຕີກະຊວງກໍ່ສ້າງ ຫວຽດນາມ ໃຫ້ຂໍ້ສັງເກດວ່າ ການສ້າງທ່າອາກາດສະຍານ ຈະຊ່ວຍໃຫ້ແຂວງ ລາວກາຍ ພັດທະນາເສດຖະກິດ, ພິເສດແມ່ນການທ່ອງທ່ຽວ:

“ການບິນ ແລະ ການທ່ອງທ່ຽວແມ່ນສອງຂົງເຂດປາຍແຫຼມ. ຢາກດຶງດູດແຂກທ່ອງທ່ຽວຫຼູຫຼາສາກົນນັ້ນ ພວກເຮົາຕ້ອງພັດທະນາຂະແໜງການບິນ. ຫວັງຢ່າງຍິງວ່າ ທາງແຂວງ ຈະສືບຕໍ່ຄົ້ນຄວ້າ, ສະເໜີດັດປັບອັດຕາການໜູນຊ່ວຍງົບປະມານຂອງລັດ ແລະ ຊອກຫານັກລົງທຶນຍຸດທະສາດ”.


 

TAG
VOV/VOVworld/​ທ່າ​ອາ​ກາດສະ​ຍານ ຊາ​ປາ/ແຂວງ ລາວ​ກາຍ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ