logo

ລາວ​ຕີ​ລາ​ຄາ​ສູງ​ການ​ໜູນ​ຊ່ວຍ​ຂອງ ຫວຽດ​ນາມ

2020/4/5 | 08:04:35
(VOVWORLD) -ວັນທີ 4 ເມສາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ໄດ້ມອບຈຳນວນອຸປະກອນການແພດທີ່ມີມູນຄ່າ 7 ຕື້ດົ່ງໃຫ້ແກ່ຜູ້ຕາງໜ້າຂອງ ລັດຖະບານລາວ.
ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ໄດ້ມອບຈຳນວນອຸປະກອນການແພດທີ່ມີມູນຄ່າ 7 ຕື້ດົ່ງໃຫ້ແກ່ຜູ້ຕາງໜ້າຂອງ ລັດຖະບານລາວ 

 ນີ້ແມ່ນຂອງຂວັນຂອງລັດຖະບານ ແລະ ປະຊາຊົນ ຫວຽດນາມຊ່ວຍໃຫ້ລັດຖະບານ ແລະ ປະຊາຊົນລາວເພື່ອຮັບມືກັບໂລກລະບາດ Covid -19. ກ່າວຄຳເຫັນທີ່ພິທີມອບຮັບ, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ຫົວໜ້າຄະນະຊີ້ນຳການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ຂອງລາວໄດ້ຕີລາຄາສູງການໜູນຊ່ວຍ ຂອງລັດຖະບານ ແລະ ປະຊາຊົນ ຫວຽດນາມ ຄັ້ງນີ້, ທ່ານກໍ່ຢັ້ງຢືນວ່າ ນີ້ແມ່ນການລະດົມກຳລັງໃຈອັນຍິ່ງໃຫຍ່ສຳລັບຖັນແຖວແພດໝໍ ແລະ ປະຊາຊົນລາວໃນສະພາບການ ປະເທດລາວກໍ່ພວມປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງຈາກໂລກລະບາດ Covid – 19. ທ່ານ ສົມດີ ດວງດີ ໄດ້ເນັ້ນໜັກວ່າ ເຖິງວ່າ ຫວຽດນາມກໍ່ພວມຕ້ອງສຸມໃສ່ປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ແລະ ຫວຽດນາມກໍ່ພວມໄດ້ຮັບຜົນສະທ້ອນອັນໜັກໜ່ວງຈາກໂລກລະບາດນີ້ກໍ່ຕາມ, ແຕ່ວ່າ ເລື່ອງລັດຖະບານ ຫວຽດນາມສົ່ງເຮືອບິນພິເສດຂົນສົ່ງສິນຄ້າຊ່ວຍເຫຼືອລາວໄດ້ພິສູດໃຫ້ເຫັນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດລະຫວ່າງ ສອງປະເທດ ລາວ ແລະ ຫວຽດນາມ.

TAG
VOV/VOVworld/Covid - 19/ຫວຽດ​ນາມ/ລາວ/ຄວາມສາມັກຄີແບບພິເສດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ