logo

ລາວ​ ປະ​ກາດ logo ສະ​ເຫຼີມ​ສະຫຼອງ 70 ປີທີ່ເຂົ້າ​ເປັນ​ສະ​ມາ​ຊິກ​ຂອງ ສ​ປ​ຊ

2025/9/16 | 07:41:21
(VOVWORLD) - Logo ແມ່ນການສົມທົບຕົວເລກ 70, ສັນຍາລັກຂອງບັນດາເປົ້າໝາຍພັດທະນາແບບຍືນຍົງ,
(ພາບ: ເຈິ່ນຕວັນ)

   ຕອນເຊົ້າວັນທີ 15 ກັນຍາ, ຢູ່ນະຄອນຫຼວງ ວຽງຈັນ ໄດ້ຈັດພິທີປະກາດ logo ສະເຫຼີມສະຫຼອງ 70 ປີແຫ່ງວັນປະເທດ ລາວ ເຂົ້າເປັນສະມາຊິກຂອງ ສປຊ (1955-2025). Logo ແມ່ນການສົມທົບຕົວເລກ 70, ສັນຍາລັກຂອງບັນດາເປົ້າໝາຍພັດທະນາແບບຍືນຍົງ, ໃນນັ້ນ ຮູບຕົວເລກ 7 ແມ່ນຍັນຍາລັກຂອງຄວາມເປັນເອກະພາບ, ນົກກາງແກແມ່ນສັນຍາລັກແຫ່ງສັນຕິພາບ, ກີບດອກຈຳປາເປັນສັນຍາລັກດອກໄມ້ຂອງຊາດ ແລະ ຮວງເຂົ້າແມ່ນຍັນຍາລັກໃຫ້ການພັດທະນາແບບຍືນຍົງ, ການເຂົ້າຮ່ວມ ແລະ ຮ່ວມມືສາກົນ, ພ້ອມກັບການຮັກສາວັດທະນະທຳ-ແບບແຜນການດຳລົງຊີວິດຂອງ ປຊຊ ລາວ. ກ່າວຄຳເຫັນທີ່ເຫດການ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີການຕ່າງປະເທດລາວ ເນັ້ນໜັກວ່າ: ການພົວພັນຮ່ວມມື ລາວ-ສປຊ ແມ່ນການຮ່ວມເດີນທາງຂອງຄວາມຫວັງ, ຄວາມສາມັກຄີ ແລະ ຄວາມກ້າວໜ້າ, ລາວ ແລະ ສປຊ ເຄີຍຜ່ານຜ່າສິ່ງທ້າທາຍນາໆປະການ ແລະ ພວມພັດທະນາເທື່ອລະກ້າວ; ຍາມໃດ ລາວ ກໍ່ສະໜັບສະໜູນສັນຕິພາບ, ຄວາມສາມັກຄີ ແລະ ການຮ່ວມມືສາກົນ. ເລື່ອງປະກາດ logo ສະເຫຼີມສະຫຼອງ 70 ປີບໍ່ພຽງແຕ່ແມ່ນຂີດໝາຍສັນຍາລັກຂອງໄລຍະຮ່ວມມືເທົ່ານັ້ນ, ຫາກຍັງແມ່ນຄຳໝັ້ນນສັນຍາ ຈະສືບຕໍ່ຕິດພັນກັບ ສປຊ ອີກດ້ວຍ.

TAG
VOV/VOVworld/ພິທີປະກາດ logo/ສະເຫຼີມສະຫຼອງ 70 ປີແຫ່ງວັນປະເທດ ລາວ ເຂົ້າເປັນສະມາຊິກຂອງ ສປຊ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ