logo

ລາວ​ສືບ​ຕໍ່​ຍູ້​ແຮງ​ວຽກ​ງານ​ໂຄ​ສະ​ນາ ລະ​ຫວ່າງ​ສອງກອງ​ທັບ ຫວຽດ​ນາມ - ລາວ

2025/11/12 | 11:36:00
(VOVWORLD) - ທ່ານພົນຕີ ວົງສອນ  ອິນປານພິມ ໄດ້ຮັບການມອບໝາຍໜ້າທີ່ຈາກນາຍົກລັດຖະມົນຕີ ລາວ ມອບຫຼຽນໄຊແຮງງານຊັ້ນສອງ ແລະ ຊັ້ນສາມຂອງພັກ, ລັດ ລາວ ໃຫ້ແກ່ບັນດາພະນັກງານ, ນາຍທະຫານ ຫວຽດນາມ ແລະ ຜູ້ຄົນມີຜົນງານດີເດັ່ນ
ການຕ້ອນຮັບລະຫວ່າງສອງຝ່າຍ (ພາບ: TTXVN )

ຕອນເຊົ້າວັນທີ 12 ພະຈິກ, ຢູ່ນະຄອນຫຼວງ ວຽງຈັນ (ລາວ), ຄະນະຜູ້ແທນກົມໂຄສະນາຂອງ ກົມໃຫຍ່ການເມືອງ ກອງທັບປະຊາຊົນ ຫວຽດນາມ ໂດຍທ່ານພົນຕີ ຫງວຽນວັນດຶກ, ຫົວໜ້າກົມເປັນຫົວໜ້າຄະນະໄດ້ເຂົ້າຢ້ຽມຂ່ຳນັບທ່ານ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນ ລາວ.

ທີ່ການຕ້ອນຮັບ, ທ່ານພົນຕີ ຫງວຽນວັນດຶກ ສະເໜີວ່າ ບົນພື້ນຖານແຜນການຮ່ວມມືໃນປີ 2025 ລະຫວ່າງ ສອງ ກະຊວງປ້ອງກັນປະເທດ ແລະ ສອງກົມໃຫຍ່ການເມືອງ, ກົມໂຄສະນາອົບຮົບສອງປະເທດ ຈະສືບຕໍ່ຍູ້ແຮງການຮ່ວມມືກ່ຽວກັບວຽກງານໂຄສະນາ, ສຶກສາຄວາມໝາຍ ແລະ ລະດັບຄວາມສຳຄັນຂອງການເພີ່ມທະວີການພົວພັນທີ່ເປັນມູນເຊື້ອ, ນ້ຳໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ກອງທັບສອງປະເທດໃນສະພາບການໃໝ່.

ເນື່ອງໃນໂອກາດນີ້, ທ່ານພົນຕີ ວົງສອນ  ອິນປານພິມ ໄດ້ຮັບການມອບໝາຍໜ້າທີ່ຈາກນາຍົກລັດຖະມົນຕີ ລາວ ມອບຫຼຽນໄຊແຮງງານຊັ້ນສອງ ແລະ ຊັ້ນສາມຂອງພັກ, ລັດ ລາວ ໃຫ້ແກ່ບັນດາພະນັກງານ, ນາຍທະຫານ ຫວຽດນາມ ແລະ ຜູ້ຄົນມີຜົນງານດີເດັ່ນໃນວຽກງານສຳຫຼວດກວດກາ, ອະນຸລັກຮັກສາບັນດາມໍລະດົກເສັ້ນທາງເລກ 559 - ເສັ້ນທາງໂຮ່ຈີມິນ ໃນຜືນແຜ່ນດິນລາວ.

TAG
VOV/VOVworld/ຫ​ວຽດ​ນາມ/ລາວ/ການ​ພົວ​ພັນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ