logo

ລາວ ​ສະ​ເໜີ​ຕໍ່​ຜູ້​ອ່ານ​ປຶ້ມ​ກ່ຽວ​ກັບ​ທ່ານ​ເອກອ​ັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ​ຜູ້​ທຳ​ອິດ ຂອງ ຫວຽດ​ນາມ ​ປະ​ຈຳ ລາວ

2020/12/30 | 11:25:45
(VOVWORLD) - ດ້ວຍຂໍ້ມູນອັນລ້ຳຄ່າຫຼາຍຢ່າງ ໄດ້ປະກາດເປັນຄັ້ງທຳອິດ, ປຶ້ມຫົວນີ້ ຈະປະກອບສ່ວນຊ່ວຍໃຫ້ປະຊາຊົນ ລາວ ມີຄວາມເຂົ້າໃຈຕື່ມ ກ່ຽວກັບການປະກອບສ່ວນສຳຄັນຂອງທ່ານເອກອັກຄະລັດຖະທູດ ເລວັນຫ໊ຽນ - ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມຜູ້ທຳອິດຂອງ ຫວຽດນາມ ປະຈຳ ລາວ.
ປຶ້ມ “ທ່ານເລວັນຫຽນ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ” (ພາບ: Vietnam+)

ຕອນເຊົ້າວັນທີ 30 ທັນວາ, ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ ທີ່ ນະຄອນຫຼວງ ວຽງຈັນ, ປະເທດ ລາວ ໄດ້ດຳເນີນພິທີສະເໜີຕໍ່ຜູ້ອ່ານປຶ້ມ ທີ່ມີຊື່ວ່າ “ທ່ານເລວັນຫຽນ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ”. ດ້ວຍຂໍ້ມູນອັນລ້ຳຄ່າຫຼາຍຢ່າງ ໄດ້ປະກາດເປັນຄັ້ງທຳອິດ, ປຶ້ມຫົວນີ້ ຈະປະກອບສ່ວນຊ່ວຍໃຫ້ປະຊາຊົນ ລາວ ມີຄວາມເຂົ້າໃຈຕື່ມ ກ່ຽວກັບການປະກອບສ່ວນສຳຄັນຂອງທ່ານເອກອັກຄະລັດຖະທູດ ເລວັນຫ໊ຽນ - ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມຜູ້ທຳອິດຂອງ ຫວຽດນາມ ປະຈຳ ລາວ.

        ປຶ້ມຫົວດັ່ງກ່າວ ໄດ້ບັນທຶກການເຄື່ອນໄຫວການທູດສ່ວນໜຶ່ງຂອງທ່ານ ເລວັນຫຽນ ໃນໄລຍະ 15 ປີ (1962 – 1976) ໃນຖານະເປັນ ເອກອັກຄະລັດຖະທູດຜູ້ທຳອິດ ຂອງປະເທດສາທາລະນະລັດປະຊາທິປະໄຕ ຫວຽດນາມ ປະຈຳ ລາວ, ປັດຈຸບັນ ແມ່ນ ປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ສິ່ງພິເສດຢູ່ໃນນັ້ນແມ່ນ ມີຫຼາຍຂໍ້ມູນອັນລ້ຳຄ່າ ເຊິ່ງເປັນການບັນທຶກຂອງທ່ານ ເລວັນຫຽນ ກ່ຽວກັບເຫດການທີ່ເກີດຂຶ້ນໃນໄລຍະ 15 ປີ ທີ່ທ່ານໄດ້ເຄື່ອນໄຫວຢູ່ ລາວ, ສ່ວນຫຼາຍແມ່ນຍັງບໍ່ທັນໄດ້ປະກາດຢ່າງກວ້າງຂວາງ. ປຶ້ມຫົວດັ່ງກ່າວ ກໍ່ໄດ້ບັນທຶກການຕີລາຄາ, ການໃຫ້ຂໍ້ສັງເກດຂອງ ອະດີດການນຳ, ການນຳຂັ້ນສູງຂອງລາວ ກ່ຽວກັບການທ່ານເອກອັກຄະລັດຖະທູດ ເລວັນຫ໊ຽນ, ໂດຍສະເພາະແມ່ນການປະກອບສ່ວນຂອງທ່ານຕໍ່ການປະຕິວັດລາວ ກໍຄືຕໍ່ການພົວພັນແບບພິເສດລະຫວ່າງສອງປະເທດ ຫວຽດນາມ - ລາວ.

TAG
VOV/VOVworld/ເອກອັກຄະລັດຖະທູດ/ເລວັນຫຽນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ