logo

ລາວຮ່ວມແຮງຮ່ວມໃຈພ້ອມກັບຫວຽດນາມໃນການຕໍ່ສູ້ຕ້ານໂລກລະບາດໂຄວິດ-19

2021/6/9 | 07:59:24
(VOVWORLD) -ເລຂາພັກແຂວງ, ເຈົ້າແຂວງໆຫຼວງພະບາງ ໄດ້ໄປສະຖານກົງສູນຫວຽດນາມ ປະຈຳແຂວງ ຫຼວງພະບາງ ເພື່ອມອບເງິນຈຳນວນ 10.000 USD ໜູນຊ່ວຍແຂວງ ດ້ຽນບຽນ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19
ຜູ້ຕາງໜ້າແຂວງ ໄຊຍະບູລີ ມອບເງິນໜູນຊ່ວຍໃຫ້ 5 ແຂວງຂອງຫວຽດນາມ
(ພາບ: TTXVN)

ໃນສະພາບໂລກລະບາດໂຄວິດ-19 ຢູ່ຫວຽດນາມ ຍັງມີການຜັນແປຢ່າງສັບສົນ, ມີຫຼາຍອົງການ, ຫົວໜ່ວຍຂອງລາວ ໄດ້ສະໜັບສະໜູນເງິນ ເພື່ອແນໃສ່ພ້ອມກັບລັດຖະບານຫວຽດນາມ ໃນການຕໍ່ສູ້ຕ້ານໂລກລະບາດທີ່ອັນຕະລາຍນີ້.

        ວັນທີ 08 ມິຖຸນາ, ທ່ານ ຄຳຂັນ ຈັນທະວີສຸກ, ເລຂາພັກແຂວງ, ເຈົ້າແຂວງໆຫຼວງພະບາງ ໄດ້ໄປສະຖານກົງສູນຫວຽດນາມ ປະຈຳແຂວງ ຫຼວງພະບາງ ເພື່ອມອບເງິນຈຳນວນ 10.000 USD ໜູນຊ່ວຍແຂວງ ດ້ຽນບຽນ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19.

        ແລະກໍ່ໃນວັນດຽວກັນ, ຜູ້ຕາງໜ້າແຂວງ ໄຊຍະບູລີ ກໍ່ໄປຍັງມາສະຖານກົງສູນຫວຽດນາມ ປະຈຳແຂວງ ຫຼວງພະບາງ ເພື່ອມອບເງິນຈຳນວນເກືອບ 27.600 USD ໜູນຊ່ວຍໃຫ້ 5 ແຂວງຂອງຫວຽດນາມ ລວມມີ: ອຽນບາຍ, ກວາງນິງ, ເຊີນລາ, ທາຍບິ່ງ ແລະ ດ້ຽນບຽນ ຮັບມືກັບໂລກລະບາດ ເຊັ່ນດຽວກັນ.

        ທີ່ບັນດາການພົບປະ, ການນຳບັນດາແຂວງຂອງລາວ ສະແດງຄວາມປາດຖະໜາວ່າ ສະຖານກົງສູນ ກໍຄືບັນດາທ້ອງຖິ່ນຂອງຫວຽດນາມ ຕັ້ງໜ້າຮ່ວມມື, ແລກປ່ຽນບັນດາຂໍ້ມູນຂ່າວສານກ່ຽວກັບໂລກລະບາດກັບບັນດາທ້ອງຖິ່ນທາງພາກເໜືອຂອງລາວ, ກໍຄືການແກ້ໄຂຢູ່ທ້ອງຖິ່ນເມື່ອເກີດໂລກລະບາດ, ສົມທົບກັນເພື່ອປ້ອງກັນ, ຕ້ານໂລກລະບາດ; ພ້ອມກັນນັ້ນຢືນຢັນຄວາມເຊື່ອໝັ້ນຕໍ່ພັກ, ລັດ, ລັດຖະບານ ແລະ ປະຊາຊົນຫວຽດນາມ ຈະຄວບຄຸມ ແລະ ຍາດໄດ້ໄຊຊະນະຕໍ່ໂລກລະບາດ.

TAG
VOV/VOVworld/ມອບ​ເງິນ/​ຂໍ້​ມູນຂ່າວ​ສານ/ສະ​ຖານ​ກົງ​ສູນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ