logo

ລາວ ເລື່ອນຊັ້ນພົນໂທ ຂຶ້ນເປັນ ພົນເອກ ໃຫ້ແກ່ລັດຖະມົນຕີກະຊວງປ້ອງກັນປະເທດລາວ

2018/12/11 | 10:30:00
(VOVWORLD) -ທ່ານປະທານປະເທດ ແຫ່ງ ສປປ.ລາວ ບຸນຍັງ ວໍລະຈິດ ໄດ້ປະກາດໃຊ້ລັດຖະດໍາລັດກ່ຽວກັບການເລື່ອນຊັ້ນ ແຕ່ຊັ້ນພົນໂທ ຂຶ້ນເປັນ ຊັ້ນພົນເອກ ສໍາລັບ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດລາວ ຈັນສະໝອນ ຈັນຍະລາດ
ທ່ານລັດຖະມົນຕີກະຊວງປ້ອງກັນປະເທດລາວ ຈັນສະໝອນ ຈັນຍະລາດ (ພາບປະກອບ: Pham Kien/TTXVN) 

ໜັງສືພິມ “ເສດຖະກິດ - ສັງຄົມ” ຂອງ ລາວ, ລົງວັນທີ 11 ທັນວາ ໄດ້ໃຫ້ຂ່າວວ່າ ວັນທີ 10 ທັນວາ, ທ່ານປະທານປະເທດ ແຫ່ງ ສປປ.ລາວ ບຸນຍັງ ວໍລະຈິດ ໄດ້ປະກາດໃຊ້ລັດຖະດໍາລັດກ່ຽວກັບການເລື່ອນຊັ້ນ ແຕ່ຊັ້ນພົນໂທ ຂຶ້ນເປັນ ຊັ້ນພົນເອກ ສໍາລັບ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດລາວ ຈັນສະໝອນ ຈັນຍະລາດ, ພ້ອມທັງມອບໃຫ້ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ຊີ້ນໍາ, ຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມພິທີການ. ເລື່ອງປະກາດລັດຖະດໍາລັດກ່ຽວກັບການເລື່ອນຊັ້ນສໍາລັບທ່ານລັດຖະມົຫນຕີກະຊວງປ້ອງກັນປະເທດລາວ ຄັ້ງນີ້ ຂອງທ່ານປະທານປະເທດ ລາວ ໂດຍອີງໃສ່ລັດຖະທໍາມະນູນແຫ່ງ ສປປ.ລາວ ປີ 2015; ກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ປີ 2018 ແລະ ຕາມໃບສະເໜີຂອງທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດໃນວັນທີ 23 ພະຈິກ 2018.


TAG
VOV/VOVworld/ເລື່ອນຊັ້ນ/ຈັນສະໝອນ ຈັນຍະລາດ/ລັດຖະ​ດໍາລັດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ