logo

ລາວ ແລະ ຫວ​ຽດ​ນາມ ຮ່ວມ​ມື​ຊຸກ​ຍູ້​ຂະ​ແໜງ​ກາ​ນ​ທ່ອງ​ທ່ຽວ

2019/10/10 | 11:05:47
(VOVWORLD) - ທີ່ກອງປະຊຸມ, ບັນດາຜູ້ແທນເຂົ້າຮ່ວມກໍ່ຍົກອອກບັນດາຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍທີ່ພວມປະເຊີນໜ້າ, ປຶກສາກ່ຽວກັບຈຸດຮ້ອນເຮັ່ງໃນການທ່ອງທ່ຽວ ແລະ ແບ່ງປັນບັນດາຄວາມຄິດເຫັນເພື່ອແນໃສ່ດຶງດູດແຂກທ່ອງທ່ຽວໃຫ້ຫຼາຍກ່ວາຕື່ມອີກ.
ພະທາດຫຼວງ (ພາບ: Lonely Planet))

ໜັງສືພິມ Vientianes Times ສະບັບອອກວັນທີ 10 ເດືອນຕຸລາໄດ້ລົງພິມຂ່າວກ່ຽວກັບເລື່ອງ ບັນດາເຈົ້າໜ້າທີ່ມາຈາກ 4 ແຂວງພາກໃຕ້ຂອງລາວ ແລະ ບັນດາແຂວງພາກກາງ ແລະ ພາກໃຕ້ ຫວຽດນາມ, ພ້ອມກັບບັນດາບໍລິສັດທີ່ກ່ຽວຂ້ອງເຖິງຂົງເຂດການທ່ອງທ່ຽວໃນເວລາມໍ່ໆມານີ້ໄດ້ຈັດກອງປະຊຸມກຸ່ມ ຢູ່ແຂວງຈຳປາສັກ, ພາກໃຕ້ປະເທດ ລາວ, ເພື່ອປຶກສາຫາລືກ່ຽວກັບການພ້ອມກັນມານະພະຍາຍາມດຶງດູດແຂກທ່ອງທ່ຽວທີ່ມາຈາກສອງປະເທດຕື່ມອີກ.

        ວັນທີ 9 ຕຸລາ, ກ່າວຄຳເຫັນຕໍ່ນັກຂ່າວ, ທ່ານ ບຸນທອງ ບຸບຜາສະຫວັນ, ຮອງຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ການທ່ອງທ່ຽວ ແຂວງ ອັດຕະປື ໃຫ້ຮູ້ວ່າ ທີ່ກອງປະຊຸມ, ສອງຝ່າຍໄດ້ຂຶ້ນແຜນການຈັດຕັ້ງບັນດາການເຄື່ອນໄຫວເພື່ອຊຸກຍູ້ການທ່ອງທ່ຽວ ແລະ ປຶກສາຫາລືກ່ຽວກັບບັນດາໂຄງການທ່ອງທ່ຽວ. ສອງຝ່າຍກໍໍໍ່ຊັ່ງຊາບັນດາມາດຕະການເພື່ອແນໃສ່ປັບປຸງພື້ນຖານດ້ານວັດຖຸ ແລະ ບັນດາລະບຽບການໃນການເຂົ້າເມືອງ, ເຫັນດີເປັນເອກະພາບກັນກວດກາບັນດາຮາກຖານບໍລິການທ່ອງທ່ຽວ ຢູ່ບັນດາສະຖານທີ່ທ່ອງທ່ຽວເພື່ອແນໃສ່ຮັບປະກັນວ່າ ບັນດາຮາກຖານເຫຼື່ອນີ້ມີຄຸນນະພາບໃນການບໍລິການ.

        ທີ່ກອງປະຊຸມ, ບັນດາຜູ້ແທນເຂົ້າຮ່ວມກໍ່ຍົກອອກບັນດາຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍທີ່ພວມປະເຊີນໜ້າ, ປຶກສາກ່ຽວກັບຈຸດຮ້ອນເຮັ່ງໃນການທ່ອງທ່ຽວ ແລະ ແບ່ງປັນບັນດາຄວາມຄິດເຫັນເພື່ອແນໃສ່ດຶງດູດແຂກທ່ອງທ່ຽວໃຫ້ຫຼາຍກ່ວາຕື່ມອີກ.

TAG
VOV/VOVworld/ກາ​ນ​ທ່ອງ​ທ່ຽວ/ຫວຽດ​ນາມ/ລາວ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ