logo

ລາວໃຫ້ຄຳໝັ້ນສັນຍາສ້າງເງື່ອນໄຂໃຫ້ແກ່ວິສາຫະກິດຫວຽດນາມໃນການພັດທະນາກະສິກຳແບບຍືນຍົງ

2019/1/25 | 07:29:03
(VOVWORLD) -  ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ສະແດງຄວາມຫວັງວ່າ ທາໂກ(THACO) ແລະ ຮ່ວາງແອັງຢາລາຍ(HAGL) ຈະຕັ້ງໜ້າຖ່າຍທອດເຕັກໂນໂລຢີໃຫ້ແກ່ປະຊາຊົນລາວ, ຊ່ວຍເຫຼືອປະຊາຊົນລາວໄດ້ສຳພັດກັບບັນດາວິທີການຜະລິດກະສິກຳທັນສະໄຫມໂດຍໄວ.

ໃນການຕ້ອນຮັບປະທານກຸ່ມບໍລິສັດ ທາໂກ (THACO) ເຈິ່ນບ໊າເຢືອງ ແລະ ປະທານກຸ່ມບໍລິສັດ ຮ່ວາງແອັງຢາລາຍ(HAGL) ດ່ວານງວຽນດຶ໊ກ ຢູ່ນະຄອນຫຼວງວຽງຈັນ ໃນຕອນບ່າຍວັນທີ 24 ມັງກອນ, ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ໄດ້ຕີລາຄາສູງຍຸດທະສາດ ການລົງທຶນໃນຂົງເຂດປູກຕົ້ນໄມ້ກິນໝາກຢູ່ລາວ, ກໍ່ຄືຄຳໝັ້ນສັນຍາຈະເຮັດໃຫ້ສຳເລັດ ແລະ ມອບສົ່ງສະໜາມບິນໜອງຄ້າງ, ແຂວງຫົວພັນໃຫ້ລາວ ໃນໂອກາດວັນຊາດລາວ ວັນທີ 2 ທັນວາ ປີ 2019 ຂອງກຸ່ມບໍລິສັດ ທາໂກ (THACO) ແລະ ກຸ່ມບໍລິສັດ ຮ່ວາງແອັງຢາລາຍ(HAGL).

ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ຖ່າຍຮູບກັບການນໍາ ແລະ ພະນັກງານກຸ່ມບໍລິສັດ ທາໂກ (ພາບ: TTXVN)

        ລາຍງານກັບທ່ານນາຍົກລັດຖະມົນຕີລາວກ່ຽວກັບຍຸດທະສາດການຮ່ວມມືພັດທະນາ ກະສິກຳ ລະຫວ່າງ ທາໂກ (THACO) ແລະ ຮ່ວາງແອັງຢາລາຍ(HAGL). ປະທານກຸ່ມບໍລິສັດ ທາໂກ (THACO) ເຈິ່ນບ໊າເຢືອງ ໃຫ້ຮູ້ວ່າ ທາໂກ(THACO) ຈະຮັບຜິດຊອບການສະໜອງເຄື່ອງກົນຈັກ, ອຸປະກອນກະສິກຳ ແລະ ມາດຕະການ ນຳເອົາກົນຈັກມານຳໃຊ້ໃນການປູກຝັງ ແລະ ບົວລະບັດຕົ້ນໄມ້ໃນນິຄົມກະເສດຂອງ ຮ່ວາງແອັງຢາລາຍ(HAGL) ຢູ່ແຂວງອັດຕະປືທາງພາກໃຕ້ ປະເທດລາວ ໃນປັດຈຸບັນໃຫ້ຄົບຊຸດ. ກ່ຽວກັບຄວາມຄືບໜ້າໃນການກໍ່ສ້າງສະໜາມບິນ    ໜອງຄ້າງຢູ່ແຂວງຫົວພັນໂດຍບໍລິສັດຮ່ວາງແອັງຢາລາຍ(HAGL)ເປັນຜູ້ລົງທຶນ, ທາໂກ (THACO) ໃຫ້ຄຳໝັ້ນສັນຍາວ່າຈະຈ່າຍງົບປະມານລ່ວງໜ້າໃຫ້ຮ່ວາງແອັງຢາລາຍ(HAGL) ກ່ອນ 12ລ້ານ USD ເພື່ອສືບຕໍ່ກໍ່ສ້າງບັນດາລາຍການຍັງເຫຼືອໃຫ້ສຳເລັດ, ພ້ອມທັງມອບໃຫ້   ບໍລິສັດລົງທຶນພື້ນຖານໂຄງລ່າງ ດ້າຍກວາງມີງ ຂອງ ທາໂກ (THACO) ຊ່ວຍເຫຼືອໃນການຄຸ້ມຄອງ, ຕິດຕາມກວດກາການກໍ່ສ້າງເພື່ອຮັບປະກັນ ຄຸນນະພາບ ແລະ ສາມາດເຮັດໃຫ້ໂຄງການສຳເລັດຕາມເວລາກຳນົດ.

        ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ສະແດງຄວາມຫວັງວ່າ ທາໂກ(THACO) ແລະ ຮ່ວາງແອັງຢາລາຍ(HAGL) ຈະຕັ້ງໜ້າຖ່າຍທອດເຕັກໂນໂລຢີໃຫ້ແກ່ປະຊາຊົນລາວ, ຊ່ວຍເຫຼືອປະຊາຊົນລາວໄດ້ສຳພັດກັບບັນດາວິທີການຜະລິດກະສິກຳທັນສະໄຫມໂດຍໄວ.

TAG
VOV/VOVworld/ຮ່ວາງແອັງຢາລາຍ/ວິສາຫະກິດຫວຽດນາມ/ສະໜາມບິນໜອງຄ້າງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ