logo

ວົງເງິນການຄ້າ ຫວຽດນາມ - ອິນໂດຍ ບັນລຸລະດັບສະຖິຕິໃນປະຫວັດສາດກວ່າ 16 ຕື້ USD

2026/1/14 | 08:45:24
(VOVWORLD) - ໝວດສິນຄ້າມີວົງເງິນສົ່ງອອກໃຫຍ່ ຫຼື ເຕີບໂຕຢ່າງແຮງ, ລວມມີໂທລະສັບ, ຜະລິດຕະພັນເອເລັກໂຕນິກ; ກົນຈັກ… ອິນເດຍ ສະໜອງວັດຖຸດິບທີ່ຈຳເປັນ

        ວັນທີ 13 ມັງກອນ, ກະຊວງອຸດສາຫະກຳການຄ້າ ຫວຽດນາມ ໃຫ້ຮູ້ວ່າ ຍອດວົງເງິນການຄ້າ 2 ຝ່າຍລະຫວ່າງ ຫວຽດນາມ ແລະ ອິນເດຍ ບັນລຸລະດັບສະຖິຕິ 16,46 ຕື້ USD ໃນປີ 2025, ເພີ່ມຂຶ້ນ 10,5% ເມື່ອທຽບໃສ່ປີ 2024. ລະອຽດແມ່ນ, ການສົ່ງອອກຈາກ ຫວຽດນາມ ໄປ ອິນເດຍ ບັນລຸ 10,3 ຕື້ USD ເພີ່ມຂຶ້ນ 14,2%, ນຳເຂົ້າຈາກ ອິນເດຍ ບັນລຸ 6,1 ຕື້ USD ເພີ່ມຂຶ້ນ 4,9%.

        ໝວດສິນຄ້າມີວົງເງິນສົ່ງອອກໃຫຍ່ ຫຼື ເຕີບໂຕຢ່າງແຮງ, ລວມມີໂທລະສັບ, ຜະລິດຕະພັນເອເລັກໂຕນິກ; ກົນຈັກ… ອິນເດຍ ສະໜອງວັດຖຸດິບທີ່ຈຳເປັນ, ຄື: ເຫຼັກກ້າ, ທາດເຄມີ, ຢຸກຢາ, ເຄື່ອງຕ່ຳແຜ່ນຕັດຫຍິບ… ໃນຂະນະທີ່ ຫວຽດນາມ ສົ່ງອອກບັນດາຜະລິດຕະພັນເຕັກໂນໂລຊີ, ເຄື່ອງເອເລັກໂຕນິກ, ເຄື່ອງຕ່ຳແຜ່ນຕັດຫຍິບ, ທາດເຄມີ, ກາເຟ… ຢ່າງແຮງ.

        ດ້ວຍພື້ນຖານການເຕີບໂຕເສດຖະກິດສູງຂອງທັງ 2 ປະເທດ, ຄວາມຕ້ອງການຕະຫຼາດເພີ່ມເຕີມໃຫ້ແກ່ກັນ, ການຄ້າ ຫວຽດນາມ - ອິນໂດຍ ໄດ້ຮັບການຕີລາຄາວ່າຈະສາມາດບັນລຸລະດັບ 20 ຕື້ USD ໃນຊຸມປີຈະມາເຖິງ.

TAG
VOV/VOVworld/​ວົງ​ເງິນ/​ສົ່ງ​ອອກ/ເຕີບ​ໂຕ​

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ