![]() ປ້າຍໂຄສະນາແນະນຳງານວາງສະແດງຢູ່ປະຕູໃຫຍ່ຫໍພິພິທະພັນປະຫວັດສາດແຫ່ງຊາດ. |
![]() ລະຄັງວັດ ເວິນບານ, ແມ່ນໜຶ່ງໃນບັນດາລະຄັງທອງບູຮານທີ່ມີຂະໜາດໃຫຍ່, ໄດ້ຮັບການປະດິດສ້າງຢ່າງລະອຽດລະອໍ ແລະ ສວຍງາມທີ່ສຸດຂອງອະລິຍະທຳ ດ້າຍຫວຽດ, ເປັນພະຍານຫຼັກຖານ ສ່ອງແສງໃຫ້ເຫັນການພັດທະນາຂອງສູນກາງພຸດທະສາສະໜາໃຫຍ່ໃນສະໄໝລາຊະວົງ ຫຼີ - ເຈິ່ນ. ນີ້ຍັງແມ່ນແຫຼ່ງເອກະສານອັນລຳ້ຄ່າເພື່ອຄົ້ນຄ້ວາສິລະປະ ແລະ ວັດທະນະທຳພຸດທະສາສະໜາຫວຽດນາມ. |
![]() ມັງກອນສະໄໝລາຊະວົງ ເຈິ່ນ ຢູ່ເທິງຫູລະຄັງວັດ ເວິນບານ
|
![]() ໂຖດິນເຜົາເຄືອບມີລວດລາຍສີກະເບົາທີ່ໄດ້ຮັບການຄົ້ນພົບຢູ່ເຂດວິຫານ ເຈິ່ນ, ບ້ານ ໝາກ, ຕາແສງ ໂລກເວື້ອງ, ນະຄອນ ນາມດິ້ງ, ເມື່ອປີ 1972. ນີ້ແມ່ນສິລະປະທີ່ເປັນເອກະລັກສະເພາະ ແລະ ດີທີ່ສຸດໃນບັນດາເຄື່ອງເຄືອບດິນເຜົາທີ່ໄດ້ພົບເຫັນໃນສະໄໝລາຊະວົງ ເຈິ່ນ. |
![]() ປື້ມບັນທຶກປະຈຳວັນໃນຄຸກດ້ວຍພາສາຈີນຂອງປະທານ ໂຮ່ຈີມິນ, ໃນນັ້ນມີ 133 ບົດກະວີ, ໂດຍປະທານ ໂຮ່ຈີມິນຂຽນໃນໄລຍະຖືກອຳນາດການປົກຄອງ ຈ໋າງເຈຍສື໋ ຈັບ ແລະ ກັກຂັງຢູ່ ຈີນ ແຕ່ປີ 1942-1943. |
![]() ໂຖດິນເຜົາເຄືອບສີຟ້າແຕ້ມຮູບນົກຫົງ. ນີ້ແມ່ນໜຶ່ງໃນບັນດາ ໂຖດິນເຜົາເຄືອບທີ່ຍັງຄົງຮັບສາຮູບເດີມໄວ້ໄດ້ຄືເກົ່າໃນຈຳນວນວັດຖຸພັນທີ່ຄົ້ນເຫັນໃນກຳ່ປັ່ນຖືກຈົມນ້ຳຢູ່ ກູ່ລາວຈ່າມ, ແຂວງ ກວາງນາມ ເມື່ອປີ 1999-2000. |
![]() ກາຈຳ້ ເຊິ່ງເຈົ້າຊີວິດ ມິງເມ້ັງ ໃຫ້ຫຼໍ່ ເມື່ອປີ 1827. ນີ້ແມ່ນວັດຖຸພັນທີ່ເປັນສັນຍາລັກໃຫ້ສິດອຳນາດຂອງສະໄໝລາຊະວົງ ຫງວຽນ. |
![]() ໂຖດ່າວທິ້ງດ້ວຍທອງ, ທີ່ຂຶ້ນກັບວັດທະນະທຳ ດົງເຊີນ, ແມ່ນໂຖທີ່ມີຂະໜາດໃຫຍ່ສຸດ, ມີລວດລາຍປະດັບຢ່າງອຸດົມສົມບຸນ, ຄັກແນ່, ລະອຽດລະອໍ, ສວຍງາມ ແລະ ເປັນເອກະລັກສະເພາະ. ດ້ວຍເສັ້ນຜ່າກາງປາກ: 61cm; ເສັ້ນຜ່າກາງກົ້ນ: 60 cm; ສູງ 90 cm, ເຊິ່ງໄດ້ຄົ້ນພົບຢູ່ຕາແສງ ດ່າວທິ້ງ, ເຈິ໋ນອຽນ, ອຽນບ໋າຍ. |
![]() ບັນດານັກທ່ອງທ່ຽວຕ່າງປະເທດພວມຊົມໂຖດ່າວທິ້ງດ້ວຍທອງ. |
![]() ລວດລາຍທີ່ປະດັບໃນໜ້າກອງທອງ ຮ່ວາງຮ້າ, ເຊິ່ງແມ່ນໜຶ່ງໃນບັນດາຜະລິດຕະພັນທີ່ລືຊື່, ຂຶ້ນກັບວັດທະນະທຳ ດົງເຊີນ, ເຊິ່ງໄດ້ຮັບການຄົ້ນພົບຢູ່ບ້ານ ຮ່ວາງຮ້າ, ເມືອງ ຟູ໋ຊວຽນ, ຮ່າໂນ້ຍ, ເມື່ອວັນທີ 13/7/1937. |




